ໃນລະຫ່ວາງວັນທີ 8-9 ກຸມພາ ຢູ່ນະຄອນ Bhubaneswar, ລັດ Odisha, ປະເທດ ອິນເດຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນມີຫົວຂໍ້ “ສາສະໜາພຸດ:ບົດບາດເຊື່ອມຕໍ່ວັດທະນະທຳ, ຂົວຕໍ່ສັງຄົມ ແລະ ຕົ້ນກຳເນີດສັນຕິພາບສາກົນ”, ໂດຍມະຫາວິທະຍາໄລ Utkal ສົມທົບກັບ ມະຫາວິທະຍາໄລ Jawaharlah Nehru ແລະ ສະຖະບັນຄົ້ນຄ້ວາ ອິນເດຍ - ປາຊິຟິກ ຈັດຕັ້ງຂື້ນ.

ການນຳເຂົ້າຮ່ວມ ກອງປະຊຸມສຳມະນາສາກົນກ່ຽວກັບສາສະໜາພຸດຢູ່ ອິນເດຍ (ພາບ: TTXVN)
ມີບົດປະກອບຄຳເຫັນຫຼາຍບົດຂອງບັນດານັກຮຽນຮູ້ສາກົນລ້ວນແຕ່ມຸ່ງໄປສູ່ຄຸນຄ່າເຊື່ອມຕໍ່ວັດທະນະທຳຂອງສາສະໜາພູດກໍ່ຄືບັນດາຜົນສະທ້ອນຂອງສາສະໜາພຸດໃນຊິວິດສັງຄົມກໍ່ຄືການເມືອງໃນປະຈຸບັນນີ້. ກອງປະຊຸມສຳມະນາກໍ່ແລກປຽນຫຼາຍບັນຫາກັບບັນດານັກຮຽນຮູ້ອິນເດຍ, ອົດສະຕາລີ, ແບນຊິກ ກ່ຽວກັບບົດບາດເຊື່ອມຕໍ່ວັດທະນະທຳ, ຂົວຕໍ່ສັງຄົມ ແລະ ຕົ້ນກຳເນີດສັນຕິພາບໂລກຂອງສາສະໜາພຸດ.
ໃນບົດປະກອບຄຳເຫັນຂອງຕົນ, ຜູ້ຕາງໜ້າຂອງ ຫຽດນາມ ໄດ້ເນັ້ນໜັກເຖິງບັນດາກະແສຟອງໃນການພົວພັນແລກນ່ຽນ, ຮັບ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ-ອິນເດຍ, ບົດບາດຂອງສາສະໜາພຸດ ຫວຽດນາມ ໃນ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
(ແຫຼ່ງຄັດຈາກ VOV)