ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຊຸດທີ 75 ຂອງ ESCAP

      ໃນລະຫວ່າງວັນທີ 27 – 31 ພຶດສະພາ 2019, ຢູ່ບາງກອກ, ປະເທດໄທ, ຄະນະກໍາມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ສປຊ ຊຸດທີ 75 (ESCAP) ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ວ່າ ມອບສິດໃຫ້ປະຊາຊົນ, ຮັບປະກັນລັກສະນະກວມລວມ ແລະ ຍຸຕິທໍາພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ມົງໂກນ, ປະທານ ຄະນະກໍາມະການເສດຖະກິດ - ສັງຄົມ ອາຊີ - ປາຊີຟິກ ສປຊ ຊຸດທີ 75.
   ຄະນະຜູ້ແທນຫວຽດນາມ  ໂດຍທ່ານ ຫງວຽນຫ໋າຍບັ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ໄທ ນໍາໜ້າ ເຂົ້າຮ່ວມກອງປະຊຸມ.


ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງກ່າວຄໍາເຫັນທີ່ກອງປະຊຸມ
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ຖືວ່າ ເພື່ອມອບສິດ, ຮັບປະກັນລັກສະນະກວມລວມ ແລະ ຍຸຕິທໍານັ້ນ, ບັນດາປະເທດ ຄວນປະຕິຮູບນະໂຍບາຍ ແລະ ບັນດາການບໍລິການສາທາລະນະ, ສົ່ງເສີມປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມໃນຂັ້ນຕອນການວາງນະໂຍບາຍ; ຍົກສູງຄຸນນະພາບ ແລະ ເປີດກວ້າງລະບົບການສຶກສາ, ບັນດາຊຸດບໍາລຸງສ້າງ ແລະ ບັນດາກາລະໂອກາດຊອກຫາວຽກເຮັດງານທໍາ; ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ມີສິດໄດ້ຮັບການສຶກສາ ດ້ວຍຄ່າຮຽນທີ່ເໝາະສົມ; ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ປະກັນສັງຄົມ ກໍຄືບັນດາການບໍລິການສາທາລະນະສຸກ.
        ສ່ວນຝ່າຍຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ເນັ້ນໜັກວ່່າ ຫວຽດນາມ ຍາມໃດກໍເປັນເຈົ້າການ, ຕັ້ງໜ້າປະຕິບັດໂຄງການດໍາເນີນງານ ຮອດປີ 2030. ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ວິວັດການພັດທະນາແບບຍືນຍົງໃນໂລກເວົ້າລວມ ແລະ ຢູ່ ພາກພື້ນ ອາຊີ - ປາຊີຟິກ ເວົ້າສະເພາະ.
 (ແຫຼ່ງຄັດຈາກ VOV)

top