ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 216 ຂອງສະພາບໍລິຫານງານ UNESCO

ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢັ້ງຢືນ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ຄວາມສະໜິດຕິດພັນກັບບັນດາຂົງເຂດຮ່ວມມືວິຊາສະເພາະຂອງ UNESCO.
  ກອງປະຊຸມຄັ້ງທີ 216 ຂອງອົງການ UNESCO (ພາບ:Unesco)  

ກອງປະຊຸມຄັ້ງທີ 216 ສະພາບໍລິຫານງານຂອງອົງການສຶກສາ - ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຈັດຂຶ້ນໃນລະຫວ່າງວັນທີ 15 – 16 ພຶດສະພາ ຢູ່ ປາຣີ, ປະເທດ ຝລັ່ງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງຄະນະເລຂາ ແລະ ຜູ້ອຳນວຍການໃຫຍ່ UNESCO ໃນການປຸກລະດົມແຫຼ່ງກຳລັງ, ສຳຜັດຫຼາຍສົ້ນ, ຜັນຂະຫຍາຍໂຄງການເຄື່ອນໄຫວຢ່າງມີປະສິດທິຜົນ, ໜູນຊ່ວຍບາງປະເທດສະມາຊິກທີ່ປະສົບກັບວິກິດການຫຼັງໂລກລະບາດໂຄວິດ - 19 ຢ່າງທັນການ.

        ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢັ້ງຢືນ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ຄວາມສະໜິດຕິດພັນກັບບັນດາຂົງເຂດຮ່ວມມືວິຊາສະເພາະຂອງ UNESCO. ຫວຽດນາມ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງສົນທິສັນຍາມໍລະດົກໂລກ, ສະເຫຼີມສະຫຼອງ 20 ປີແຫ່ງວັນສົນທິສັນຍາວ່າດ້ວຍການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ ແລະ ຈະຈັດກອງປະຊຸມສາກົນກ່ຽວກັບການເສີມຂະຫຍາຍບົດບາດນາມມະຍົດ UNESCO ຮັບໃຊ້ການພັດທະນາແບບຍືນຍົງຢູ່ ຫວຽດນາມ ເຊິ່ງຄາດວ່າ ຈະຈັດຂຶ້ນໃນເດືອນ ກໍລະກົດ 2023, ດ້ວຍເປົ້າໝາຍຫັນບັນດານາມມະຍົດ UNESCO ກາຍເປັນກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ເປັນແຫຼ່ງບັນດານໃຈໃຫ້ແກ່ອະນາຄົດ.

 


top