ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການອາຊຽນ ຢູ່ປາຣີ

ທ່ານ ດິນຕວນທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາວຽກງານລວມຂອງ ACP.
   ທ່ານເອກອັກຄະລັດຖະທູດ ດິນຕວນທັງ (ພາບ: ttxvn)  

 ວັນທີ 13 ພຶດສະພາ, ທ່ານ ດິນຕວນທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການອາຊຽນ ຢູ່ປາຣີ (ASEAN Committee in Paris-ACP). ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີເອກອັກຄະລັດຖະທູດ 10 ປະເທດອາຊຽນ ປະຈຳປາຣີ. ກອງປະຊຸມໄດ້ສຳຫຼວດກວດຄືນບາງໝາກຜົນບັນລຸໄດ້ໃນວຽກງານຂອງ ACP ໃນອາຍຸການປະທານຜັດປ່ຽນ ACP  ຂອງ Indonesia, ປຶກສາຫາລືບັນດາການກຳນົດທິດວຽກງານໃນໄລຍະຈະມາເຖິງ. ນະທີ່ນີ້ທ່ານ ດິນຕວນທັງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາວຽກງານລວມຂອງ ACP, ປະກອບສ່ວນຊຸກຍູ້ການຮ່ວມມື, ພັດທະນາ, ປັບປຸງຄວາມສາມັກຄີໃນກຸ່ມ ອາຊຽນ ກໍ່ຄືການຮ່ວມມືລະຫວ່າງອາຊຽນ-ຝະລັ່ງ ເວົ້າສະເພາະ ແລະ ອາຊຽນ ກັບບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນເວົ້າລວມ.


top