ຂ່າວສານ

ຫວຽດນາມ ເຂົ້າຮ່ວມ “ວັນຄອບຄົວ ອາຊຽນ” ຢູ່ ນິວຢອກ, ປະເທດ ອາເມລິກາ

      ວັນທີ 19 ສິງຫາ, ບັນດາຄະນະຜູ້ຕາງໜ້າຂອງ 10 ປະເທດ ສະມາຊິກ ອາຊຽນ ປະຈຳ ສປຊ ໄດ້ຈັດຕັ້ງ “ວັນຄອບຄົວ ອາຊຽນ” ຢູ່ ສວນສາທາລະນະ Astoria ຂຶ້ນກັບເມືອງ Queens, ນິວຢອກ, ປະເທດ ອາເມລິກາຢ່າງສົມກຽດ. 

ບັນດາຜູ້ຕາງໜ້າຂອງບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມງານບຸນ
      ນີ້ແມ່ນການເຄື່ອນໄຫວມີຄວາມໝາຍ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ ແລະ ມິດຕະພາບລະຫວ່າງບັນດາຄະນະຜູ້ຕາງໜ້າຂອງບັນດາປະເທດ ອາຊຽນ ປະຈຳ ສປຊ ເວົ້າສະເພາະ ແລະ ບັນດາປະເທດສະມາຊິກ ອາຊຽນ ເວົ້າລວມ. ເຂົ້າຮ່ວມເຫດການ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ໄດ້ແນະນຳບັນດາສິ່ງທີ່ເປັນມູນເຊື້ອດ້ວຍບັນດາເຍື່ອງອາຫານພື້ນເມືອງ ແລະ ການລະຫຼິ້ນທີ່ມ່ວນຊື່ນ, ດຶງດູດຄວາມສົນໃຈຂອງບັນດາສະມາຊິກຂອງຄະນະອື່ນ.
 (ແຫຼ່ງຄັດຈາກ VOV)

top