ຂ່າວສານ

ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດວາງສະແດງການທ່ອງທ່ຽວ SATTE 2018 ຢູ່ ອິນເດຍ

       ເຫດການນີ້ແມ່ນໂອກາດເພື່ອໃຫ້ຫຼາຍວິສາຫະກິດໃນຂະແໜງການທ່ອງທ່ຽວກໍ່ຄືບັນດາບໍລິສັດການບິນ, ໂຮງແຮມ, ບັນດາຫົວໜ່ວຍຈັດຕັ້ງລາຍການພົບປະ, ຊອກຫາຄູ່ຮ່ວມມື ແລະ ກາລະໂອກາດທຳມາຫາກິນ
ງານຕະຫຼາດນັດວາງສະແດງການທ່ອງທ່ຽວສາກົນ SATTE 2018 ໄດ້ດຳເນີນຢ່າງເປັນທາງການຢູ່ສູນວາງສະແດງ Pragati Maidan, ນະຄອນຫຼວງ ນິວແດນລີ, ອິນເດຍ, ແຕ່ວັນທີ 31 ມັງກອນ - 02 ກຸມພາ. ເຫດການນີ້ແມ່ນໂອກາດເພື່ອໃຫ້ຫຼາຍວິສາຫະກິດໃນຂະແໜງການທ່ອງທ່ຽວກໍ່ຄືບັນດາບໍລິສັດການບິນ, ໂຮງແຮມ, ບັນດາຫົວໜ່ວຍຈັດຕັ້ງລາຍການພົບປະ, ຊອກຫາຄູ່ຮ່ວມມື ແລະ ກາລະໂອກາດທຳມາຫາກິນ. ຄະນະພະແນກທ່ອງທ່ຽວນະຄອນ ໂຮ່ຈີ໋ມີນ ແລະ ວິສາຫະກິດທ່ອງທ່ຽວ ຫວຽດນາມ ເຂົ້າຮ່ວມ ແລະ ມີຮ້ານແນະນຳຜະລິດຕະພັນທ່ອງທ່ຽວທີ່ງານຕະຫຼາດນັດ.
        ຄຽງຂ້າງງານຕະຫຼາດນັດ SATTE, ໃນວັນທີ 31 ມັງກອນ, ຄະນະນະຄອນ ໂຮ່ຈີ໋ມີນ ໂດຍທ່ານ ບ່າຍຕ໋າຮ່ວາງຫວູ ຫົວໜ້າພະແນກການທ່ອງທ່ຽວ ມີການເຮັດວຽກກັບກົມໃຫຍ່ທ່ອງທ່ຽວ ອິນເດຍ. ທີ່ການເຮັດວຽກ, ທ່ານ ບ່າຍຕ໋າຮ່ວາງຫວູ ໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພາບການ ແລະ ນະໂຍບາຍພັດທະນາການທ່ອງທ່ຽວຂອງນະຄອນ ໂຮ່ຈີ໋ມີນ; ພ້ອມທັງໃຫ້ຮູ້ວ່າ ນະຄອນພວມມານະພະຍາຍາມປັບປຸງຄຸນນະພາບບໍລິການຢ່າງບໍ່ຢຸດຢັ້ງເພື່ອສາມາດຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ ອິນເດຍ. ທ່ານສະແດງຫວັງວ່າອົງການທ່ອງທ່ຽວຂອງສອງປະເທດກໍ່ຄືສອງນະຄອນ ນິວແດນລີ ແລະ ໂຮ່ຈີ໋ມີນ ຈະສ້າງເງື່ອນໄຂໃຫ້ປະຊາຊົນສອງຝ່າຍໄປ - ມາ ທ່ອງທ່ຽວລະຫວ່າງສອງປະເທດ. ຕາມທ່ານ ບ່າຍຕ໋າຮ່ວາງຫວູ, ຫວຽດນາມ ກໍ່ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອເປິດສາຍການບິນໂດຍກົງຈາກນະຄອນ ໂຮ່ຈີ໋ມີນ ເຖິງ ນິວແດນລີ ໂດຍໄວ.
 (ແຫຼ່ງຄັດຈາກ VOV)

top