ຂ່າວສານ

ຫວຽດນາມ ຮ່ວມເດີນທາງພ້ອມກັບບັນດາພື້ນຖານເສດຖະກິດ APEC ຜ່ານຜ່າສິ່ງທ້າທາຍ

      ກອງປະຊຸມສຸດຍອດການດຳເນີນທຸລະກິດ APEC (APEC CEO Summit)- ໜຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໄດ້ດຳເນີນໃນລະຫວ່າງວັນທີ 11-12 ພະຈິກ. ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ, ແຂກຖືກເຊີນກິຕິມະສັກຂອງກອງປະຊຸມປີນີ້ ໄດ້ມີຂໍ້ສະເໜີອັນລະອຽດທີ່ກອງປະຊຸມ, ຜ່ານນັ້ນ, ສືບຕໍ່ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ທີ່ຈະຮ່ວມເດີນທາງ ພ້ອມກັບບັນດາພື້ນຖານເສດຖະກິດ APEC ແລະ ປຊຊ ຜ່ານຜ່າໂລກລະບາດ, ຟື້ນຟູເສດຖະກິດ, ເພື່ອພາກພື້ນອາຊີ ແຫ່ງສັນຕິພາບ, ພັດທະນາແບບຍືນຍົງ ແລະ ນຳເອົາວັດທະນາຖາວອນມາໃຫ້ ປຊຊ ທຸກຄົນ.
ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ເຂົ້າຮ່ວມວາລະໂອ້ລົມສົນທະນາປະຈຳປີລະຫວ່າງການນຳ ເອເປັກ  
ແລະ ສະພາດຳເນີນທຸລະກິດເອເປັກ (ພາບ: TTXVN)
      ໂດຍໄດ້ຈັດຂຶ້ນໃນສະພາບການໂລກ ແລະ ພາກພື້ນ ພວມຜ່ານຜ່າຈຸດເວລາທີ່ຫຍຸ້ງຍາກຍ້ອນໂລກລະບາດນັ້ນ, APEC ສືບຕໍ່ຢັ້ງຢືນບົດບາດແມ່ນເວທີປາໄສຫຼັກແຫຼ່ງ ກ່ຽວກັບການຮ່ວມມື ແລະ ຮ່ວມສຳພັນດ້ານເສດຖະກິດ, ຊຸກຍູ້ການເຕີບໂຕເສດຖະກິດພາກພື້ນ ແລະ ທົ່ວໂລກ.
      ພ້ອມກັນປະສານສົມທົບ, ພ້ອມກັນກະທຳ, ພ້ອມກັນເຕີບໂຕ
   ດ້ວຍວິໄສທັດກ່ຽວກັບປະຊາຄົມອາຊີ-ປາຊີຟິກເປີດ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນປີ 2040, ບັນດາການນຳໄດ້ຍົກອອກບັນດາການກຳນົດທິດອັນໃຫ່ຍຫຼວງ ໃຫ້ແກ່ການຮ່ວມມື APEC ໃນ 2 ທົດສະວັດທີ່ຈະມາເຖິງ ເພື່ອພາກພື້ນອາຊີ-ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. 3 ບຸລິມະສິດຕົ້ນຕໍແມ່ນ: ນະໂຍບາຍເສດຖະກິດ, ການຄ້າ, ບັນດາມາດຕະການເສດຖະກິດມະຫາພາກ ແລະ ການປະຕິຮູບໂຄງປະກອບ, ການຄ້າ ແລະ ການລົງທຶນ; ຍູ້ແຮງຄວາມຍືນຍົງ ແລະ ກວມລວມ, ຊຸກຍູ້ການຟື້ນຟູກວມລວມ ແລະ ຍືນຍົງ, ໜູນຊ່ວຍເປົ້າໝາຍໄດ້ຮັບຄວາມສ່ຽງ; ຊຸກຍູ້ການປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ, ເຕັກໂນໂລຊີຂຽວ.
      ຫວຽດນາມ ສະເໜີບັນດາການກຳນົດທິດຊຸກຍູ້ການດຳເນີນທຸລະກິດແບບຍືນຍົງ APEC
      ໂດຍໄດ້ຮ່ວມເດີນທາງພອ້ມກັບ APEC ໃນເວລາ 20 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ແມ່ນພື້ນຖານເສດຖະກິດມີຄວາມຮັບຜິດຊອບແຖວໜ້າ ໃນການຊຸກຍູ້ການຮ່ວມມືຢ່າງແຮງ ກໍ່ຄືປະກອບສ່ວນໃຫ້ແກ່ບັນດາໂຄງການດຳເນີນງານຂອງ APEC. ປີ 2021, ຫວຽດນາມ ແມ່ນປະເທດຫຼັກແຫຼ່ງ ສ້າງວິໄສທັດ APEC 2040 ແລະ ພວມຕັ້ງໜ້າເຂົ້າຮ່ວມການສ້າງແຜນການຜັນຂະຫຍາຍວິໄສທັດນີ້ຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດການດຳເນີນທຸລະກິດ APEC (APEC CEO Summit), ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ແບ່ງປັນວ່າ:
      ເພື່ອມຸ່ງໄປເຖິງວິໄສທັດ APEC 2040, ບັນດາການນຳ APEC ພວມສາມັກຄີກັນ, ຜ່ານຜ່າທຸກຄວາມແຕກຕ່າງກັນ, ນຳໜ້າມານະພະຍາຍາມຮ່ວມມືຢ່າງໄວກ່ວາ, ແຂງແຮງກ່ວາ ເພື່ອຜ່ານຜ່າສິ່ງທ້າທາຍ, ຄວາມສ່ຽງ, ຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດ, ການພັດທະນາແບບຍືນຍົງ. ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນຄວາມຮັບຜິດຊອບລວມຂອງທຸກພື້ນຖານເສດຖະກິດ, ຮຽກຮ້ອງຄວາມມານະພະຍາຍາມຮ່ວມມືຢ່າງມີຫົວຄະດປະດິດຄິດສ້າງ ແລະ ມີປະສິດທິຜົນ, ເພີ່ມທະວີການໜູນຊ່ວຍແຫຼ່ງກຳລັງ, ເຕັກໂນໂລຊີໃໝ່ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາປະເທດພວມພັດທະນາ.
      ທີ່ກອງປະຊຸມຄັ້ງນີ້, ທ່ານປະທານປະເທດ ໄດ້ຍົກອອກຂໍ້ສະເໜີ 3 ຂໍ້ກັບປະຊາຄົມບັນດາວິສາຫະກິດ APEC. ນັ້ນແມ່ນ ແຕ່ລະວິສາຫະກິດຄວນມີແຜນການ ຫລຸດຜ່ອນອາຍພິດຕາມມາດຕະຖານແຫ່ງຊາດ; ລົງທຶນໃຫ້ແກ່ອະນາຄົດ ເມື່ອມຸ່ງໄປເຖິງບັນດາໂຄງການພະລັງງານສະອາດ, ພັດທະນາເຕັກໂນໂລຊີໃໝ່ ແລະ APEC ຄວນສ້າງ “ຊຸດແນະນຳການຊຸກຍູ້ການດຳເນີນທຸລະກິດແບບຍືນຍົງ APEC”, ດ້ວຍຈຸດສຸມ ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ.
      ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ຢືນຢັນວ່າ: ລັດ, ວິສາຫະກິດ ແລະ ປຊຊ ຫວຽດນາມ ໝົດທຸກຄົນ ໄດ້ເຂົ້າໃຈແຈ້ງໄພອັນຕະລາຍ ແລະ ກາລະໂອກາດທີ່ສະຫຼັບກັນ, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາ ຈະມີການກະທຳຢ່າງຂ້ຽວຂາດ ເພື່ອຫັນປ່ຽນຮູບແບບເສດຖະກິດ ໄປສູ່ການເຕີບໂຕຂຽວ ແລະ ມີການຮັບມື ຮອບດ້ານກັບການປ່ຽນແປງຂອງດິນຟ້າອາກາດ. ໃນວິວັດການນີ້, ຍາມໃດ ຫວຽດນາມ ກໍ່ປາດຖະໜາ ຢາກເພີ່ມທະວີການຮ່ວມມືກ່ວາອີກ ກັບບັນດາສະມາຊິກ APEC, ບັນດາປະເທດ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ:
   ຄຽງຂ້າງກັບການສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ຫວຽດນາມ ຍັງໄດ້ສ້າງກົນໄກນະໂຍບາຍໜູນຊ່ວຍບັນດາວິສາຫະກິດຂຽວ, ປ່ຽນແປງໃໝ່ປະດິດຄິດສ້າງ, ບັນດາເຂດອຸດສາຫະກຳຊີວະພາບ….ບັນດານະໂຍບາຍຢ່າງແຮງຂອງຫວຽດນາມ ພ້ອມດ້ວຍຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ ແລະ ສົນທິສັນຍາການຄ້າເສລີ 14 ສະບັບ ທີ່ຫວຽດນາມ ໄດ້ເຂົ້າຮ່ວມນັ້ນ ຈະແມ່ນກາລະໂອກາດ, ເງື່ອນໄຂອຳນວຍຄວາມສະດວກ ໃຫ້ບັນດານັກລົງທຶນສາກົນມາຫວຽດນາມ ເພື່ອພ້ອມກັນຮ່ວມມື, ພ້ອມກັນແບ່ງປັນຜົນປະໂຫຍດ ແລະ ພັດທະນາແບບຍືນຍົງ.
      ໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປະຈຸບັນ, ຫວຽດນາມ ຖືວ່າ, ນີ້ແມ່ນໂອກາດທີ່ດີ ໃຫ້ແກ່ບັນດາວິສາຫະກິດ ເພື່ອກ້າສ້າງໂຄງປະກອບການເຄື່ອນໄຫວຄືນໃໝ່ຢ່າງແຮງ, ຍົກສູງຄວາມສາມາດແກ່ງແຍ້ງ, ດຳເນີນທຸລະກິດແບບຍືນຍົງ, ກວມລວມ. ໂດຍແມ່ນພື້ນຖານເສດຖະກິດສະມາຊິກຂອງ APEC, ຍາມໃດຫວຽດນາມ ກໍ່ຢືນຢັນຄຳໝັ້ນສັນຍາ ຈະຮ່ວມແຮງຮ່ວມໃຈ ປະຕິບັດຂັ້ນຕອນການຫລຸດຜ່ອນອາຍພິດ, ເພີ່ມທະວີການລົງທຶນເຂົ້າໃນບັນດາໂຄງການພະລັງງານຜະລິດຄືນໃໝ່, ໝູນໃຊ້ເຕັກໂນໂລຊີໃໝ່ ແລະ ສ້າງລະບົບການຜະລິດ, ການສະໜອງຂຽວ, ຮ່ວມເດີນທາງພ້ອມກັບບັນດາພື້ນຖານເສດຖະກິດ  APEC ແລະ ປຊຊ ຜ່ານຜ່າໂລກລະບາດ, ຟື້ນຟູເສດຖະກິດ, ເພື່ອພາກພື້ນອາຊີ ແຫ່ງສັນຕິພາບ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ.
(ແຫຼ່ງຄັດຈາກ VOV)


top