ທ່ານລັດຖະມົນຕີ ຫງວຽນວັນທັງ ສະເໜີໃຫ້ກຸ່ມບໍລິສັດ ASML ສົມທົບກັບສະຖານທູດ ໂຮນລັງ, ສູນນະວັດຕະກຳແຫ່ງຊາດ (NIC) ແລະ ບັນດາຄູ່ຮ່ວມມື ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະ ພັດທະນາກ່ຽວກັບເຄິ່ງຊັກນຳໄຟຟ້າຢູ່ NIC ຮາກຖານ ຮວ່າລາກ ໂດຍໄວ.
ທີ່ການເຮັດວຽກ (ພາບ: mof.gov.vn)
ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ຫາກໍ່ເຮັດວຽກກັບທ່ານ Eduard Stiphout, ຮອງປະທານຂັ້ນສູງຮັບຜິດຊອບການສະໜອງຍຸດທະສາດ ແລະ ເກັບຊື້ ຂອງກຸ່ມບໍລິສັດ ASML (ໂຮນລັງ)
ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນວັນທັງ ສະເໜີໃຫ້ກຸ່ມບໍລິສັດ ASML ສົມທົບກັບສະຖານທູດ ໂຮນລັງ, ສູນນະວັດຕະກຳແຫ່ງຊາດ (NIC) ແລະ ບັນດາຄູ່ຮ່ວມມື ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະ ພັດທະນາກ່ຽວກັບເຄິ່ງຊັກນຳໄຟຟ້າຢູ່ NIC ຮາກຖານ ຮວ່າລາກ ໂດຍໄວ. ພ້ອມກັນນັ້ນ, ກໍ່ໜູນຊ່ວຍວິສາຫະກິດ ຫວຽດນາມ ພັດທະນາພື້ນຖານໂຄງລ່າງການຜະລິດ, ຄົ້ນຄວ້າ, ທົດລອງ (Fablab) ແລະ ການບໍລິການເຕັກນິກເຄິ່ງຊັກນຳໄຟຟ້າ. ຜ່ານນັ້ນ, ກໍ່ໜູນຊ່ວຍການສ້າງ ແລະ ພັດທະນາໂຮງງານຜະລິດຊິບແຫ່ງທຳອິດຢູ່ ຫວຽດນາມ.
ສ່ວນທ່ານ Eduard Stiphout, ໃຫ້ຮູ້ວ່າ ກຸ່ມບໍລິສັດ ASML ພວມເປີດກວ້າງລະບົບສະໜອງຢູ່ ຫວຽດນາມ, ຮ່ວມມືກໍ່ສ້າງສູນບຳລຸງສ້າງ, ຄົ້ນຄວ້າ ແລະ ພັດທະນາ (R&D) ເຄິ່ງຊັກນຳໄຟຟ້າ ຢູ່ສູນ NIC.