ຂ່າວສານ

ຫວຽດນາມ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສປຊ ແລະ ບັນດາສະມາຊິກນຳໜ້າໃນການຮັບປະກັນການເຄົາລົບກົດບັດສປຊແລະກົດໝາຍ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາສະມາຊິກນຳໜ້າໃນການຮັບປະກັນການເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ເຄົາລົບກົດໝາຍ.
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ (ພາບ: TTXVN)  

ວັນທີ 12 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລື ເປີດສາກໃນປີ 2023 ດ້ວຍຫົວຂໍ້ “ຊຸກຍູ້ ແລະ ເພີ່ມທະວີການເຄົາລົບກົດໝາຍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ກົດໝາຍລະຫວ່າງບັນດາປະເທດ”.

ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາສະມາຊິກນຳໜ້າໃນການຮັບປະກັນການເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ເຄົາລົບກົດໝາຍ, ຊອກຫາມາດຕະການແກ້ໄຂການປະທະກັນໂດຍສັນຕິວິທີ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢ້ຳຄືນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຊຸກຍູ້ການເຄົາລົບກົດໝາຍໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ວິວັດການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

 


top