ຫວຽດນາມ ຍາມໃດກໍ່ຖືຈິດໃຈການຮ່ວມມື, ຄວາມເຫັນດີເຫັນພ້ອມໃນວິວັດການສ້າງ ແລະ ຜັນຂະຫຍາຍສົນທິສັນຍາເປັນຢ່າງສູງ.
ຜູ້ແທນເຂົ້າຮ່ວມພິທີເປີດເຊັນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ພາບປະກອບ: TTXVN)
ແຕ່ວັນທີ 26 – 30 ມັງກອນ, ຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ ໄດ້ຈັດວາລະປະຊຸມຄະນະກຳມະການພິເສດ ສ້າງລະບຽບຂໍ້ກຳນົດປະຕິບັດສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ). ນີ້ແມ່ນວາລະປະຊຸມຄັ້ງທຳອິດຂອງຄະນະກຳມະການ ພາຍຫຼັງລະບຽບຂໍ້ກຳນົດໄດ້ເປີດລົງນາມຢູ່ ຮ່າໂນ້ຍ ໃນວັນທີ 25 - 26 ຕຸລາ 2025, ສຸມໃສ່ປຶກສາຫາລືຮ່າງລະບຽບຂໍ້ກຳນົດກອງປະຊຸມລະດັບຊາດສະມາຊິກສົນທິສັນຍາ ຮ່າໂນ້ຍ, ກະກຽມໃຫ້ແກ່ການປະຕິບັດສົນທິສັນຍາ ພາຍຫຼັງມີຜົນບັງຄັບໃຊ້.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູເລທາຍຮວ່າງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ ວຽນ, ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືຈິດໃຈການຮ່ວມມື, ຄວາມເຫັນດີເຫັນພ້ອມໃນວິວັດການສ້າງ ແລະ ຜັນຂະຫຍາຍສົນທິສັນຍາເປັນຢ່າງສູງ. ຫວຽດນາມ ຮຽກຮ້ອງໃຫ້ທຸກປະເທດທີ່ຍັງບໍ່ທັງລົງນາມ ຫຼື ໃຫ້ສັດຕະຍາບັນ ຈົ່ງປະຕິບັດສຳເລັດບັນດາລະບຽບການທີ່ຈຳເປັນເພື່ອໃຫ້ສົນທິສັນຍາມີຜົນບັງຄັບໃຊ້ໃນໄວໆນີ້ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຄົມສາກົນໃນການຕໍ່ສູ້, ຕ້ານອາດຊະຍາກຳທາງໄຊເບີ. ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າປະຕິບັດສຳເລັດບັນດາລະບຽບການຢູ່ພາຍໃນປະເທດ ແລະ ໃຫ້ຄຳໝັ້ນສັນຍາຈະໃຫ້ສັດຕະຍາບັນສົນທິສັນຍາໃນເວລາໄວທີ່ສຸດ.