ຂ່າວສານ

ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ, ການບໍລິການພົນລະເຮືອນທີ່ຈຳເປັນໃນການປະທະກັນດ້ວຍອາວຸດ

ວິທີດີທີ່ສຸດເພື່ອປົກປ້ອງສາມັນຊົນແມ່ນສະກັດກັ້ນສົງຄາມ, ການປະທະກັນ; ຢັ້ງຢືນວ່າອາດສາມາດຫຼີກລ້ຽງສົງຄາມ, ການປະທະກັນຖ້າທຸກໆປະເທດເຄົາລົບກົດບັດ ສປຊ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຂົ້າຮ່ວມກອງປະຊຸມຂອງ ສປຊ (ພາບ: baoquocte.vn)

ໃນຂອບເຂດສັບປະດາປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດປີ 2023 (ແຕ່ວັນທີ 22 – 26 ພຶດສະພາ), ທີ່ສຳນັກງານ ສປຊ (ປະເທດ ອາເມລິກາ), ວັນທີ 26 ພຶດສະພາ, ໄດ້ດຳນີນວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງດ້ວຍຫົວຂໍ້ “ຮັບປະກັນຄວາມໝັ້ນຄົງ ແລະ ຄຸນນະທາດຂອງສາມັນຊົນໃນການປະທະກັນ: ແກ້ໄຂສະພາບຂາດແຄນສະບຽງອາຫານ ແລະ ປົກປັກຮັກສາບັນດາການບໍລິການທີ່ເປັນຈຳ”.

ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂອງ ສະພາຄວາມໝັ້ນຄົງ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ວິທີດີທີ່ສຸດເພື່ອປົກປ້ອງສາມັນຊົນແມ່ນສະກັດກັ້ນສົງຄາມ, ການປະທະກັນ; ຢັ້ງຢືນວ່າອາດສາມາດຫຼີກລ້ຽງສົງຄາມ, ການປະທະກັນຖ້າທຸກໆປະເທດເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ, ບົນພື້ນຖານເຄົາລົບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານເອກອັກຄະລັດຖະທູດຮຽກຮ້ອງທຸກໆຝ່າຍກ່ຽວຂ້ອງເຄົາລົບກົດໝາຍສາກົນ ແລະ ມະຕິ 2573 ຂອງ ສະພາຄວາມໝັ້ນຄົງ, ບໍ່ນຳໃຊ້ສະບຽງອາຫານ, ແຫຼ່ງນ້ຳ ແລະ ບັນດາພື້ນຖານໂຄງລ່າງກ່ຽວຂ້ອງເປັນເຄື່ອງມືເພື່ອບັນລຸໄດ້ທ່າໄດ້ປຽບດ້ານການທະຫານ ຫຼື ຍຸດທະສາດພາຍໃຕ້ບໍ່ວ່າຮູບແບບໃດໆ.

ເດືອນ ເມສາ ປີ 2021, ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິ 2573 ວ່າດ້ວຍການປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນ ສຳລັບສາມັນຊົນໃນການປະທະກັນດ້ວຍອາວຸດ ໂດຍ ຫວຽດນາມ ເປັນເຈົ້າການຮຽບຮຽງໃນຖານະເປັນປະເທດປະທານ ສະພາ. ມະຕິໄດ້ 64 ປະເທດສະມາຊິກ ສປຊ ອຸປະຖຳ, ໃນນັ້ນມີທັງໝົດ 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ, ຜ່ານນັ້ນຢັ້ງຢືນຄວາມເຫັນດີເຫັນພ້ອມສູງ ແລະ ຄຳໝັ້ນສັນຍາຢ່າງແຮງຂອງປະຊາຄົມສາກົນຕໍ່ບັນຫາປົກປ້ອງສາມັນຊົນ ແລະ ຊຸກຍູ້ການເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ.


top