ຂ່າວສານ

ຫວຽດນາມ ຮຽກຮ້ອງຢຸດຕິທຸກການກະທຳໃຊ້ຄວາມຮຸນແຮງຢູ່ ມຽນມາ

      ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍການກະທຳຕັ້ງໜ້າບາງຢ່າງຢູ່ ມຽນມາ ໃນໄລຍະຜ່ານມາ, ກໍຄືຖະແຫຼງການປ່ອຍຕົວນັບພັນຄົນທີ່ພວມຖືກກັກຕົວ.
ຕຳຫຼວດ ມຽນມາ ຍົກເລີກຜູ້ແຫ່ຂະບວນປະທ້ວງ
(ພາບປະກອບ: Reuters)
      ວັນທີ 08 ພະຈິກ (ຕາມເວລານິວຢອກ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມ, ຮັບຟັງທ່ານລັດຖະມົນຕີການຕ່າງປະເທດຜູ້ທີ 2 ຂອງ ບຣູໄນ Erywan Pehin Yusof, ທູດພິເສດຂອງ ອາຊຽນ ກ່ຽວກັບ ມຽນມາ, ໄດ້ແຈ້ງຂໍ້ມູນກ່ຽວກັບບັນດາຄວາມມານະພະຍາຍາມຫວ່າງມໍ່ໆມານີ້ຂອງ ອາຊຽນ ກ່ຽວຂ້ອງເຖິງສະພາບການຢູ່ປະເທດນີ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍການກະທຳຕັ້ງໜ້າບາງຢ່າງຢູ່ ມຽນມາ ໃນໄລຍະຜ່ານມາ, ກໍຄືຖະແຫຼງການປ່ອຍຕົວນັບພັນຄົນທີ່ພວມຖືກກັກຕົວ. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍຢູ່ ມຽນມາ ຈົ່ງຢຸດຕິທຸກການກະທຳໃຊ້ຄວາມຮຸນແຮງ, ຮັບປະກັນຊີວິດອິນຊີ, ຄວາມສະຫງົບປອດໄພ, ໃຫ້ແກ່ປະຊາຊົນ. ຮັບປະກັນການເຂົ້າເຖິງດ້ານມະນຸດສະທຳຢ່າງປອດໄພ ແລະ ບໍ່ຖືກກີດຂວາງ, ເໝາະສົມກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ໃຫ້ບຸລິມະສິດການປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດໂຄວິດ-19.
        ທ່ານນາງ ຫງວຽນເຟືອງຈ່າ ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງ ອາຊຽນ ເວົ້າລວມ ແລະ  ຫວຽດນາມ ເວົ້າສະເພາະ ໃນການໜູນຊ່ວຍ ມຽນມາ ກັບຄືນສູ່ສະພາບເປັນປົກກະຕິ ແລະ ສະຖຽນລະພາບຕາມຄວາມມຸ່ງມາດປາດຖະໜາຂອງ ປະຊາຊົນ.
ໃນວັນດຽວກັນ, ຕໍ່ໜ້າບັນດາການຜັນແປດ້ານການທະຫານທີ່ເຄັ່ງຕຶງຢູ່ Ethiopia, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຂອງປະເທດນີ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ດັ້ງດິ່ງກຸຍ ໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຢຸດຕິບັນດາການກະທຳທີ່ເປັນປໍລະປັກໂດຍທັນທີ ແລະ ເລີ່ມເຄື່ອນໄຫວການເຈລະຈາຮອບດ້ານ ມຸ່ງໄປເຖິງຄຳສັ່ງຢຸດຍິງຢ່າງໝັ້ນຄົງ. ຫວຽດນາມ ສະເໜີໃຫ້ບັນດາຝ່າຍຈົ່ງລະງັບໃຈທຸກການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະຕິບັດຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ.
(ແຫຼ່ງຄັດຈາກ VOV)


top