ຂ່າວສານ

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນເຂົ້າໄປຍັງເຂດທີ່ເປັນເອກະລາດຂຶ້ນກັບໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ
  ທ່ານນາງ ຟ້າມທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: BNG)  

ຕອນ​ບ່າຍ​ວັນ​ທີ 14 ພຶດ​ສະ​ພາ, ທີ່ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ທີ່ ຮ່າໂນ້ຍ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຂໍ້​ມູ​ນ​ຂ່າວທີ່​ວ່າ ໃນ​ໄລ​ຍະທີ່ຫາກໍ່​ຜ່ານ​ມານີ້ ຈີນ ແລະ ຟີ​ລິບ​ປິນ ໃຫ້​ຄົນ​ມາ​ປັກ​ທຸງ​ຢືນ​ຢັນ​ອະ​ທິ​ປະ​ໄຕ​ຢູ່​​ເຂດ​ຫີນ ຮ​ວ່າຍ​ເອີນ, ຂຶ້​ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ, ທ່ານ​ນາງ ຟ້າມ​ທູ​ຮັ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ເລື່ອງບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃຫ້​ຄົນເຂົ້າໄປຍັງ​ເຂດ​ທີ່ເປັນເອກະລາດຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ ເຊິ່ງບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ຂອງ ຫວຽດ​ນາມ ແມ່ນ​ການ​ກະ​ທຳ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕາມ​ກົດ​ໝາຍ​ສາ​ກົນ ແລະ ໄປ​ຝືນ​ກັບ​ຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກໍ​ຄື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ຝ່າຍ​ໃນ​ການ​ເຈ​ລະ​ຈາ​​ກົດແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໃນ​ປະ​ຈຸ​ບັນ. ຫວຽດ​ນາມ ຮຽກ​ຮ້ອງ​ໃຫ​້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ອະ​ທິ​ປ​ະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ເຈື່ອງ​ຊາ, ບໍ່​ໃຫ້ມີ​ການ​ກະ​ທຳເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ປະ​ຕິ​ບັດ DOC ຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ນັ້ນ, ກໍ່ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ”.

ເຂດ​ຫີນ ຮ​ວ່າຍ​ເອີນ ນອນ​ໃນ​ເຂດ ທິ​ຕື ຂອງ​ໝູ່​ເກາະ ເຈື່ອງ​ຊາ, ແຂວງ ແຄງ​ຮວ່າ ແມ່ນ​ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ.


top