ຂ່າວສານ

ຫວຽດນາມ ຮຽກຮ້ອງບັນດາຝ່າຍ ຈົ່ງອົດກັ້ນການກະທໍາໃຊ້ກໍາລັງອາວຸດ ຢູ່ ຕາເວັນອອກກາງ

      ຫວຽດນາມມີຄວາມວິຕົກກັງວົນຕໍ່ຄວາມເຄັ່່ງຕຶງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ພາກພື້ນຕາເວັນອອກກາງ...

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: zing.vn)
      ໃນການຖະແຫຼງຂ່າວສາກົນ ນັດສາມັນ ທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 9 ມັງກອນ, ຢູ່່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃນການປະທະກັນໃນຊຸມວັນຜ່ານມາ ຢູ່ ອີຣັກ ຈົ່ງອົດກັ້ນການນໍາໃຊ້ກໍາລັງອາວຸດ, ຊຸກຍູ້ການເຈລະຈາເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນຕາເວັນອອກກາງ ແລະ ໃນໂລກ.
        ເມື່ອຕອບຄໍາຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ໜ້າຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ອາເມລິກາ - ອີຣານ ແລະ ບັນດາການຜັນແປໃນເຫດປະທະກັນຫວ່າງມໍ່ໆມານີ້ ຢູ່ ຕາເວັນອອກກາງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:
        “ຫວຽດນາມມີຄວາມວິຕົກກັງວົນຕໍ່ຄວາມເຄັ່່ງຕຶງທີ່ເກີດຂຶ້ນຫວ່າງມໍ່ໆມານີ້ຢູ່ພາກພື້ນຕາເວັນອອກກາງ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍທີ່ມີສ່ວນກ່ຽວຂ້ອງ ຈົ່ງອົດກັ້ນ, ຫຼີກລ້ຽງການກໍ່ຄວາມເຄັ່ງຕຶງຕື່ມອີກ, ບໍ່ນໍາໃຊ້ກໍາລັງອາວຸດ, ປົກປ້ອງສາມັນຊົນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນຜ່ານການເຈລະຈາ ໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ”. 
 (ແຫຼ່ງຄັດຈາກ VOV)


top