ຂ່າວສານ

ຫວຽດນາມ ຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກເພື່ອຊຸກຍູ້ການພັດທະນາແບບຍືນຍົງ

ໃນລະດັບຊາດ, ຕ້ອງຖືມະນຸດເປັນໃຈກາງຂອງທຸກນະໂຍບາຍ, ຍຸດທະສາດພັດທະນາ. ບັນດາປະເທດຄວນໃຫ້ບຸລິມະສິດສ້າງພື້ນຖານເສດຖະກິດມະຫາພາກໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດຕໍ່ກໍລະນີສັບສົນ.

ໃນລະດັບຊາດ, ຕ້ອງຖືມະນຸດເປັນໃຈກາງຂອງທຸກນະໂຍບາຍ, ຍຸດທະສາດພັດທະນາ. ບັນດາປະເທດຄວນໃຫ້ບຸລິມະສິດສ້າງພື້ນຖານເສດຖະກິດມະຫາພາກໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດຕໍ່ກໍລະນີສັບສົນ.

   

(ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ)

ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ຈັດກອງປະຊຸມຂຶ້ນໃນລະຫວ່າງວັນທີ 03 – 04 ຕຸລາ ແລະ ດຳເນີນການປຶກສາຫາລືລວມປະຈຳປີ.

        ກ່າວຄຳເຫັນທີ່ວາລະໄຂ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຖືວ່າ ໃນລະດັບຊາດ, ຕ້ອງຖືມະນຸດເປັນໃຈກາງຂອງທຸກນະໂຍບາຍ, ຍຸດທະສາດພັດທະນາ. ບັນດາປະເທດຄວນໃຫ້ບຸລິມະສິດສ້າງພື້ນຖານເສດຖະກິດມະຫາພາກໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດຕໍ່ກໍລະນີສັບສົນ. ຢູ່ລະດັບພາກພື້ນ, ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ຊຸກຍູ້ຄວາມຜູກພັນ ແລະ ຮ່ວມມືກັບບັນດາກົນໄກຢູ່ພາກພື້ນ ແລະ ອະນຸພາກພື້ນໃນການແກ້ໄຂບັນດາສິ່ງທ້າທາຍ ແລະ ຊຸກຍູ້ການພັດທະນາແບບຍືນຍົງ. ເລື່ອງຜັນຂະຫຍາຍຢູ່ລະດັບທົ່ວໂລກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຮຽກຮ້ອງໃຫ້ຢຸດຕິການປະທະກັນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ເຂົ້າຮ່ວມຄວາມມານະພະຍາຍາມຂອງທົ່ວໂລກ ແລະ ພາກພື້ນຢ່າງຕັ້ງໜ້າ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະເໜີໃຫ້ປະຊາຄົມສາກົນ ສະໜັບສະໜູນ ຫວຽດນາມ ອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະປະຊາຊາດ ອາຍຸການ 2023 – 2025 ເພື່ອສືບຕໍ່ປະກອບສ່ວນເຂົ້າໃນວຽກງານລວມຂອງໂລກໃຫ້ຫຼາຍກວ່າເກົ່າ.

(ແຫຼ່ງຄັດຈາກ VOV)


top