ຂ່າວສານ

ຫວຽດນາມ ຮັບວັກຊິນກັນພະຍາດໂຄວິດ - 19 Sinopharm ຈຳນວນ 500.000 ໂດສ

      ວັນທີ 20 ມີຖຸນາ, ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Vero-Cell ຂອງ Sinopharm ຈຳນວນ 500.000 ໂດສ ແລະ ເຂັມສັກຢາໃຊ້ເທື່ອດຽວ ຈຳນວນ 502.400 ອັນ.
ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ແລະ ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ
ມອບບົດບັນທຶກວ່າດ້ວຍການມອບ - ຮັບວັກຊິນ (ພາບ: ກະຊວງສາທາລະນະສຸກ)
      ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ຄະນະພົວພັນຕ່າງປະເທດສູນກາງ, ກະຊວງການຕ່າງປະເທດ ແລະ ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບສະຖານທູດ ແຫ່ງ ສາທາລະນະລັດປະຊາຊົນ ຈີນ ປະຈຳ ຫວຽດນາມ ດຳເນີນການຮັບວັກຊິນກັນພະຍາດໂຄວິດ - 19 Vero-Cell ຂອງ Sinopharm ຈຳນວນ 500.000 ໂດສ ແລະ ເຂັມສັກຢາໃຊ້ເທື່ອດຽວ ຈຳນວນ 502.400 ອັນ.
          ຄາດວ່າ ຈຳນວນວັກຊິນດັ່ງກ່າວ ຈະສັກໃຫ້ 3 ເປົ້າໝາຍຄື ປະຊາຊົນ ຈີນ ທີ່ພວມເຮັດວຽກຢູ່ ຫວຽດນາມ; ຊາວ ຫວຽດນາມ ຜູ້ທີ່ມີຄວາມຕ້ອງການໄປຮ່ຳຮຽນ, ເຮັດວຽກ ແລະ ດຳເນີນທຸລະກິດ ຢູ່ ຈີນ ຫຼື ມີຄວາມຕ້ອງການສັກວັກຊິນຊະນິດນີ້. ວັກຊິນ Vero-Cell ໂດຍບໍລິສັດ Sinopharm ຜະລິດ ແລະ ປັດຈຸບັນ, ມີກວ່າ 70 ປະເທດ ໃນໂລກ ພວມນຳໃຊ້ວັກຊິນຊະນິດນີ້, ໃນນັ້ນ ມີຫຼາຍປະເທດ ໃນພາກພື້ນ ອາຊີ ຕາເວັນອອກ ເປັນຕົ້ນແມ່ນ ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ….
(ແຫຼ່ງຄັດຈາກ VOV)


top