ຂ່າວສານ

ຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານໝູນວຽນ ຄະນະກໍາມະການ ອາຊຽນ ຢູ່ ອາກຊັງຕິນ

      ວັນທີ 22 ມັງກອນ, ສະຖານທູດຫວຽດນາມ ປະຈໍາ ອັກຊັງຕິນ ດັ້ງຊວັນຢຸ້ງ ໄດ້ຮັບຕໍາແໜ່ງເປັນປະທານຄະນະກໍາມະການ ອາຊຽນ ຢູ່ Buenos Aires (ACBA) ຈາກທ່ານນາງເອກອັກຄະລັດຖະທູດ ຟີລິບປິນ Linglingay F.Lacanlale.

ມອບ - ຮັບຕໍາແໜ່ງເປັນປະທານໝູນວຽນ ຄະນະກໍາມະການ ອາຊຽນ (ພາບ: VOV.VN)
      ພິທີມອບ-ຮັບຕໍາແໜ່ງດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸ້ງ ຊົມເຊີຍທ່ານນາງເອກອັກຄະລັດຖະທູດ ຟີລິບປິນ Linglingay F.Lacanlale ທີ່ໄດ້ປະຕິບັດສໍາເລັດບົດບາດເປັນປະທານໝູນວຽນ ACBA ໄດ້ເປັນຢ່່າງດີ ພ້ອມທັງຕີລາຄາສູງບັນດາເຫດການເຊິ່ງທ່ານນາງໄດ້ຈັດຕັ້ງໃນໄລຍະ 6 ເດືອນຜ່ານມາ. ທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸງ ກໍຢັ້ງຢືນວ່າ ຫວຽດນາມ ຖືບົດບາດເປັນປະທານໝູນວຽນ ACBA ເປັນສໍາຄັນ ແລະ ຈະໃຫ້ບຸລິມະສິດສູງສຸດເພື່ອປະຕິບັດບົດບາດສໍາຄັນນີ້ໃຫ້ເປັນຢ່າງດີ. ທ່ານ ດັ້ງຊວັນຢຸງ ກໍໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແນໃສ່ຊຸກຍູ້ການພົວພັນຮ່ວມມືກັບ ອັກຊັງຕິນໃນຫຼາຍຂົງເຂດ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທໍາ.
 (ແຫຼ່ງຄັດຈາກ VOV)

top