ຂ່າວສານ

ຫວຽດນາມ ຮັກສາຄວາມດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ

      ມີຫຼາຍອົງການສາກົນ, ວິສາຫະກິດຕ່າງປະເທດ ແລະ ໜັງສືພິມຫຼາຍສະບັບຂອງສາກົນ ໄດ້ມີຂໍ້ສັງເກດຕັ້ງໜ້າ ກໍຄືການຄາດຄະເນທີ່ເປັນໜ້າປະເອີບໃຈກ່ຽວກັບລະດັບການຟື້ນຟູ ແລະ ການເຕີບໂຕເສດຖະກິດຂອງພື້ນຖານເສດຖະກິດ ຫວຽດນາມ.
(ພາບປະກອບ: dautunhatnam.com.vn)
      ໂລກລະບາດໂຄວິດ-19 ໄດ້ກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ, ເຖິງຢ່າງໃດກໍ່ຕາມ, ສະພາບເສດຖະກິດ - ສັງຄົມໃນໄລຍະ 11 ເດືອນຕົ້ນປີ 2021 ຂອງ ຫວຽດນາມ ຍັງມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ, ພິເສດແມ່ນພາຍຫຼັງໄລຍະເກືອບ 2 ເດືອນແຫ່ງການປະຕິບັດມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ. ມີຫຼາຍອົງການສາກົນ, ວິສາຫະກິດຕ່າງປະເທດ ແລະ ໜັງສືພິມຫຼາຍສະບັບຂອງສາກົນ ໄດ້ມີຂໍ້ສັງເກດຕັ້ງໜ້າ ກໍຄືການຄາດຄະເນທີ່ເປັນໜ້າປະເອີບໃຈກ່ຽວກັບລະດັບການຟື້ນຟູ ແລະ ການເຕີບໂຕເສດຖະກິດຂອງພື້ນຖານເສດຖະກິດ ຫວຽດນາມ.
        ໝາກຜົນການສຳຫຼວດຫວ່າງມໍ່ໆມານີ້ຂອງຫ້ອງການການຄ້າ ອາເມລິກາ ປະຈຳ ຫວຽດນາມ ສະແດງໃຫ້ເຫັນວ່າ, ມີເກືອບ 80% ໃນຈຳນວນ 2.550 ວິສາຫະກິດ ແລະ ນັກລົງທຶນຕ່າງປະເທດທີ່ຖືກຖາມ ໄດ້ຕີລາຄາຢ່າງຕັ້ງໜ້າ ຫຼື ມີຄວາມຕັ້ງໜ້າກ່ຽວກັບແງ່ຫວັງໄລຍະກາງ ແລະ ໄລຍະຍາວຂອງວິສາຫະກິດຢູ່ ຫວຽດນາມ. ທ່ານນາງ Michele Wee, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ຫວຽດນາມ, ຖືວ່າ ຜູ້ອອກແຮງງານທີ່ມີຄຸນນະພາບແມ່ນມີຢູ່ແລ້ວ, ນະໂຍບາຍກັບການລົງທຶນໂດຍກົງຈາກຕ່າງປະເທດ ແລະ ເລື່ອງເພີ່ມທະວີການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດທົ່ວໂລກ ຜ່ານສັນຍາການຄ້າເສລີຫຼາຍສະບັບທີ່ແຕກຕ່າງກັນ ແມ່ນບັນດາປັດໃຈຊ່ວຍໃຫ້ ຫວຽດນາມ ຍູ້ແຮງການສົ່ງອອກ, ເພີ່ມທະວີລະບົບມູນຄ່າເພີ່ມໃນທຸກຂົງເຂດ.
        ສ່ວນເວັບໄຊ Le reporter ຂອງ ມາຣົກກໍ່ ໄດ້ຄັດສະເໜີຕົວເລກໃນໄລຍະ 11 ເດືອນ ຜ່ານມາວ່າ, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ກວ່າ 26 ຕື້ USD ແລະ ຕີລາຄາວ່າ ຫວຽດນາມ ຍັງແມ່ນຈຸດນັດພົບທີ່ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ ໂດຍບໍ່ຫົວຊາຕໍ່ໂລກລະບສດ, ສະເພາະການຜະລິດໄດ້ກວມກວ່າ 14 ຕື້ USD, ສະແດງໃຫ້ເຫັນວ່າ ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ຈະກາຍເປັນສູນກາງຜະລິດແຖວໜ້າໂລກໃນອະນາຄົດ.
(ແຫຼ່ງຄັດຈາກ VOV)


top