ຂ່າວສານ

ຫວຽດນາມ - ອີຢູ ເພີ່ມທະວີການຮ່ວມມືໃນຂົງເຂດກະສິກຳ

ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ອີຢູ, ໂດຍສະເພາະແມ່ນການສ້າງລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ.

ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ອີຢູ, ໂດຍສະເພາະແມ່ນການສ້າງລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ.

   

ທີ່ການການຕ້ອນຮັບທ່ານ Janusz Wojciechowski, ຂ້າຫຼວງໃຫຍ່ກະສິກຳສະຫະພາບເອີລົບ

(ພາບ: TTXVN)

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ໃຫ້ການຕ້ອນຮັບທ່ານ Janusz Wojciechowski, ຂ້າຫຼວງໃຫຍ່ກະສິກຳສະຫະພາບເອີລົບ (ອີຢູ), ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ອີຢູ, ໂດຍສະເພາະແມ່ນການສ້າງລະບົບທັນຍາຫານ, ສະບຽງອາຫານທົ່ວໂລກ; ເປີດກວ້າງກາລະໂອກາດຮ່ວມມືດ້ານກະສິກຳ, ພິເສດແມ່ນການຄ້າ ແລະ ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການລົງທຶນກະສິກຳຂຽວ, ສ້າງລະບົບສະໜອງກະສິກຳໃຫ້ສົມບູນແບບ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ ອີຢູ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງ ຫວຽດນາມ ໄດ້ສົ່ງໄປຍັງຕະຫຼາດ ອີຢູ…

ສ່ວນທ່ານຂ້າຫຼວງໃຫຍ່ Janusz Wojciechowski ຊີ້ແຈ້ງວ່າ, ປະຈຸບັນ ຝ່າຍ ອີຢູ ປາດຖະໜາຢາກນຳເຂົ້າບັນດາຜະລິດຕະພັນກະເສດຂອງ ຫວຽດນາມ; ສະໜັບສະໜູນລັດຖະບານ ຫວຽດນາມ ໃນການພັດທະນາແບບຍືນຍົງ, ປົກປ້ອງການຜະລິດກະສິກຳ, ພິເສດແມ່ນການຜະລິດກະສິກຳຂອບຂະໜາດນ້ອຍ, ທ່ານຖືວ່າ ຕ້ອງຍູ້ແຮງບັນດາຄວາມມານະພະຍາຍາມມຸ່ງໄປເຖິງການພັດທະນາແບບຍືນຍົງ, ພັດທະນາກະສິກຳອັດສະລິຍະ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ເນື່ອງໃນໂອກາດການຢ້ຽມຢາມນີ້, ທ່ານ Janusz Wojciechowski ໄດ້ເຂົ້າຮ່ວມເວທີປາໄສດຳເນີນທຸລະກິດກະສິກຳ ຫວຽດນາມ - ອີຢູ.

(ແຫຼ່ງຄັດຈາກ VOV)


top