ທີ່ວາລະປະຊຸມ, ສອງຝ່າຍໄດ້ຕີລາຄາການພົວພັນແມ່ນສືບຕໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ພາຍຫຼັງການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໃນເດືອນ ມັງກອນ ປີ 2026
ພາບໃນວາລະປະຊຸມ. (ພາບ: VNA)
ວັນທີ 25 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Erik Kurzweil, ຫົວໜ້າກົມ ອາຊີ-ປາຊີຟິກ, ອົງການພົວພັນຕ່າງປະເທດສະຫະພາບ ເອີລົບ (EEAS) ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 7 ຄະນະກຳມະການປະສົມ ຫວຽດນາມ-ສະຫະພາບ ເອີລົບ (ອີຢູ) ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ສະຫະພາບ ເອີລົບ (PCA).
ທີ່ວາລະປະຊຸມ, ສອງຝ່າຍໄດ້ຕີລາຄາການພົວພັນແມ່ນສືບຕໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ ພາຍຫຼັງການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໃນເດືອນ ມັງກອນ ປີ 2026; ໂດຍສະເພາະແມ່ນດ້ານການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານສະອາດ ແລະ ການພັດທະນາແບບຍືນຍົງ; ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ຢ່າງມີປະສິດທິຜົນ... ກ່ຽວກັບບັນຫາທະເລຕາເວັນອອກ, ທັງສອງຝ່າຍໄດ້ເນັ້ນໜັກ ເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການການເດີນເຮືອຢູ່ທະເລ, ການບິນ ແລະ ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ສອດຄ່ອງກັບ ກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).