ຂ່າວສານ

ຫວຽດນາມ - ອິນເດຍ ເພີ່ມທະວີການຮ່ວມມືໃນຂົງເຂດກອງທັບເຮືອ

      ຕອນເຊົ້າວັນທີ 23 ກໍລະກົດ,ຢູ່ຮ່າໂນ້ຍ, ທ່ານພົນໂທ ຟ້າມງອກມິນ, ຮອງຫົວໜ້າກອງເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ໄດ້ມີການຕ້ອນຮັບທ່ານພົນເຮືອໂທ Gurtej Singh Pabbay, ຮອງຫົວໜ້າກອງບັນຊາການທະຫານເຮືອ ອິນເດຍ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. 

ທ່ານພົນໂທ ຟ້າມງອກມິນ ແລະ ທ່ານພົນເຮືອໂທ Gurtej Singh Pabbay ພ້ອມດ້ວຍຄະນະທີ່ການຕ້ອນຮັບ
(ພາບ: TTXVN) 
      ທ່ານພົນໂທ ຟ້າມງອກມິນ ຕີລາຄາສູງການມາຢ້ຽມຢາມຂອງຄະນະຄັ້ງນີີ້, ທ່ານພົນໂທ ຢັ້ງຢືນວ່າ ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຍາມໃດກໍສ້າງເງື່ອນໄຂ ເພື່ອໃຫ້ກອງທັບເຮືອຂອງສອງປະເທດຍູ້ແຮງການຮ່ວມມື. ທ່ານຮອງຫົວໜ້າ ກອງເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ສະເໜີໃຫ້ ກອງທັບເຮືອສອງປະເທດສຸມໃສ່ແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມື, ສ້າງພື້ນຖານອຸດສາຫະກໍາຕໍ່ກໍ່າປັ່ນ; ສ້ອມແປງ, ບໍາລຸງຮັກສາກໍ່າປັ່ນປະເພດຕ່າງໆ.
        ສ່ວນທ່ານພົນເຮືອໂທ Gurtej Singh Pabbay ຢັ້ງຢືນວ່າ ດ້ວຍຄວາມສາມາດຂອງຕົນ, ກອງທັບເຮືອ ອິນເດຍ ຍາມໃດກໍພ້ອມແລ້ວທີ່ຈະແບ່ງປັນ, ຮ່ວມມືໃນບັນດາຂົງເຂດກັບກອງທັບເຮືອຫວຽດນາມ. 
 (ແຫຼ່ງຄັດຈາກ VOV)


top