ຂ່າວສານ

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືແກ້ໄຂຜົນຢ້ອນຫຼັງຈາກສົງຄາມ

ທ່ານໄດ້ເນັ້ນໜັກວ່າຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບບຸລິມະສິດ ແລະ ເອົາໃຈໃສ່ຊຸກຍູ້ກັບ ອາເມລິກາ.

ທ່ານໄດ້ເນັ້ນໜັກວ່າຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບບຸລິມະສິດ ແລະ ເອົາໃຈໃສ່ຊຸກຍູ້ກັບ ອາເມລິກາ.

   

ທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອາເມລິກາ

ຕອນບ່າຍວັນທີ 13 ມິຖຸນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດອາເມລິກາ. ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວນຈ໋ຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ; ທ່ານໄດ້ເນັ້ນໜັກວ່າຂົງເຂດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບບຸລິມະສິດ ແລະ ເອົາໃຈໃສ່ຊຸກຍູ້ກັບ ອາເມລິກາ. ທ່ານຫວັງວ່າ, ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ອາເມລິກາ ສືບຕໍ່ຊຸກຍູ້ສະພາແຫ່ງຊາດ ແລະ ລັດຖະບານ ອາເມລິກາ ເພື່ອສະໜັບສະໜູນບັນດາຂົງເຂດຮ່ວມມືດ້ານປ້ອງກັນຊາດ ທີ່ພວມຜັນຂະຫຍາຍລະຫວ່າງ 2 ປະເທດ, ສຸມໃສ່ບຸລິມະສິດໜູນຊ່ວຍດ້ານງົບປະມານໃຫ້ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ທີ່ພວມໄດ້ຮັບການຜັນຂະຫຍາຍ, ໃນນັ້ນ, ບຸລິມະສິດສຸມໃສ່ຍູ້ແຮງຄວາມຄືບໜ້າໂຄງການລ້າງສານພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ ໄລຍະ 1, ສືບຕໍ່ລະດົມແຫຼ່ງກຳລັງໃຫ້ແກ່ການຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຊອກຫາ, ເຕົ້າໂຮມອັດຖິນັບຮົບເສຍສະຫຼະຊີດວິດເພື່ອຊາດ ຫວຽດນາມ; ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງແຮງຮັກສາສັນຕິພາບ ສປຊ.

        ສ່ວນທ່ານນາງ Wendy Sherman, ຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງສົງຄາມແມ່ນພື້ນຖານໃນການພົວພັນສອງປະເທດ; ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ກ່ຽວກັບການສຶກສາ, ຍົກສູງກຳລັງຄວາມສາມາດໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

(ແຫຼ່ງຄັດຈາກ VOV)


top