ຂ່າວສານ

ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຕອນບ່າຍວັນທີ 6 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈີ່ນຕ໋ວນແອງ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບບັນຫາດິນຟ້າອາກາດ.

ຕອນບ່າຍວັນທີ 6 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈີ່ນຕ໋ວນແອງ ໄດ້ໃຫ້ການຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບບັນຫາດິນຟ້າອາກາດ.

    

ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈີ່ນຕ໋ວນແອງ ຕ້ອນຮັບທ່ານ John Kerry, ທູດພິເສດຂອງປະທານາທິບໍດີ ອາເມລິກາ

ນະທີ່ນີ້, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈີ່ນຕ໋ວນແອງ ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເສີມຂະຫຍາຍບັນດາໝາກຜົນທີ່ດີງາມຊຶ່ງບັນລຸມາໄດ້, ພັດທະນາຜົນປະໂຫຍດລວມ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍຸດທະສາດລະຫວ່າງ 2 ປະເທດ. ທ່ານ ເຈີ່ນຕ໋ວນແອງ ເນັ້ນໜັກເຖິງແຜນນະໂຍບາຍ ແລະ ຄວາມຕັດສິນໃຈຂອງຫວຽດນາມ ໃນເລື່ອງເປັນເຈົ້າການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງແຜນການ, ວິວັດທະນາການຜັນຂະຫຍາ ປະຕິບັດບັນດາມາດຕະການຫຼຸດຜ່ອນອາຍພິດເຮືອນແກ້ວ.

      ສ່ວນທ່ານ John Kerry ຢືນຢັນວ່າ ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ແລະ ອາເມລິກາ ຈະໜູນຊ່ວຍ ສະໜັບສະຫນູນຫວຽດນາມ ໃນບັນດາຄວາມມານະພະຍາຍາມປັບຕົວໃຫ້ແທດເໝາະ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


top