ຂ່າວສານ

ຫວຽດນາມ -ອາເມລິກາ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະພະລັງງານ

ທ່ານ Carol Miller ສະມາຊິກສະພາຕ່ຳ ອາເມລິກາ ຢືນຢັນ:  ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳຄັ້ງນີ້ ແມ່ນການເປີດສາກໃຫ້ການພົວພັນຢ່າງແຫນ້ນແຟ້ນກັບຄູ່ຮ່ວມມືສຳຄັນ .
ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມື ລະຫວ່າງຫວຽດນາມແລະ ອາເມລິກາ. ພາບ:vietnam+

ວັນທີ 25 ກຸມພາ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ແລະ ອຳນາດການປົກຄອງ ລັດ  West Virginia ອາເມລິກາ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດເສດຖະກິດ ການຄ້າ ແລະ ພະລັງງານ. ເຫດການນີ້ ແມ່ນວາງເປົ້າໝາຍກຳນົດຂອບເຂດການຮ່ວມມືຮອບດ້ານເພື່ອສ້າງຄວາມສະດວກໃຫ້ການເຄື່ອນໄຫວການແລກປ່ຽນດ້ານການຄ້າ ແລະການລົງທຶນໃນບັນດາຂົງເຂດສົ່ງອອກ ນຳເຂົ້າ, ການຄ້າ, ອຸດສາຫະກຳ ແລະພະລັງງານ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາກາລະໂອກາດດຳເນີນທຸລະກິດທີ່ມີຄວາມສາມາດບົ່ມຊ້ອນ, ຫນູນຊ່ວຍບັນດາໂຄງການກໍ່ຄືການເຄື່ອນໄຫວຂອງວິສາຫະກິດສອງປະເທດ.

ທ່ານ Carol Miller ສະມາຊິກສະພາຕ່ຳ ອາເມລິກາ ຢືນຢັນ:  ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳຄັ້ງນີ້ ແມ່ນການເປີດສາກໃຫ້ການພົວພັນຢ່າງແຫນ້ນແຟ້ນກັບຄູ່ຮ່ວມມືສຳຄັນ ນຳມາເຊິ່ງຜົນປະໂຫຍດເສດຖະກິດອັນແທ້ຈິງສຳລັບສອງຝ່າຍ. ຈາກນັ້ນ ປະກອບສ່ວນຊຸກຍູ້ຄວາມກົມກຽວ ແລະ ດຸນດ່ຽງໃນການພົວພັນດ້ານການຄ້າສອງຝ່າຍ ລະຫວ່າງຫວຽດນາມແລະ ອາເມລິກາ.

(ແຫຼ່ງຄັດຈາກ VOV)


top