ເນື່ອງໃນໂອກາດພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຮ່ວມເດີນທາງພ້ອມກັບທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ເຂົ້າຮ່ວມວາລະປຶກສາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 81, ການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນເຊົ້າວັນທີ 21 ກັນຍາ(ຕາມເວລາ ຫວຽດນາມ), ຢູ່ນິວຢອກ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານ John Noh, ຜູ້ຊ່ວຍວຽກລັດຖະມົນຕີກະຊວງສົງຄາມ ອາເມລິກາ.
ທ່ານພົນເອກ ຟານວັນຢາງ ພົບປະກັບທ່ານ John Noh, ຜູ້ຊ່ວຍວຽກລັດຖະມົນຕີກະຊວງສົງຄາມ ອາເມລິກາ (ພາບ: VNA)
ນະທີ່ນີ້, ທ່ານ John Noh ຢັ້ງຢືນວ່າ: ກະຊວງສົງຄາມ ອາເມລິກາ ສະໜັບສະໜູນຢ່າງແຮງ ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຖືນີ້ແມ່ນບຸລິມະສິດແຖວໜ້າໃນການຮ່ວມມືປ້ອງກັນຊາດສອງຝ່າຍ.
ພົນເອກ ຟານວັນຢາງ ຫວັງວ່າ: ໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມື, ສຸມໃສ່ເຂົ້າບັນດາຂົງເຂດ, ຄື: ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ຮ່ວມມືຊອກຫາ, ທ້ອນໂຮມ, ກຳນົດອັດຖິພົນທະຫານຂອງທັງ ອາເມລິກາ ແລະ ຫວຽດນາມ ໃນປາງສົມຄາມ; ເຈລະຈານະໂຍບາຍການປ້ອງກັນຊາດສອງຝ່າຍ... ພົນເອກ ຟານວັນຢາງ ສະເໜີໃຫ້ ອາເມລິກາ ສືບຕໍ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຜັນຂະຫຍາຍບັນດາໂຄງການໜູນຊ່ວຍປະຊາຄົມ ແລະ ແກ້ໄຂບັນດາບັນຫາສິ່ງແວດລ້ອມ.