ຂ່າວສານ

ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນພາຍຫຼັງສົງຄາມ

ທ່ານພົນໂທ ຮ່ວາງຊວັນຈຽນ ສະເໜີໃຫ້ຝ່າຍ ອາເມລິກາ ສືບຕໍ່ປະຕິບັດບັນດາເນື້ອໃນທີ່ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ໃນນັ້ນມີເລື່ອງຍູ້ໄວການສ້າງສະໜາມຝຶກຊ້ອມຕາມມາດຕະຖານການກະທຳກ່ຽວກັບໝາກມິນສາກົນ.
ທ່ານພົນໂທ ຮ່ວາງຊວັນຈຽນ ເຮັດວຽກກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper (ພາບ: qdnd.vn)

ຕອນບ່າຍວັນທີ 27 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ ແລະ ທາດພິດເຄມີພາຍຫຼັງສົງຄາມ (ຄະນະຊີ້ນຳ 701), ໄດ້ເຮັດວຽກກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper ກ່ຽວກັບບັນຫາຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນພາຍຫຼັງສົງຄາມ.

ຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວັນຈຽນ ສະເໜີໃຫ້ຝ່າຍ ອາເມລິກາ ສືບຕໍ່ປະຕິບັດບັນດາເນື້ອໃນທີ່ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ໃນນັ້ນມີເລື່ອງຍູ້ໄວການສ້າງສະໜາມຝຶກຊ້ອມຕາມມາດຕະຖານການກະທຳກ່ຽວກັບໝາກມິນສາກົນ. ຫວຽດນາມ ປາດຖະໜາວ່າ ອາເມລິກາ ຈະບຸລິມະສິດອຸປະຖຳໂດຍກົງໃຫ້ບັນດາຄູ່ຮ່ວມມື ຫວຽດນາມ ແລະ ບັນດາອົງການຈັດຕັ້ງສາກົນທີ່ມີກຳລັງຄວາມສາມາດ, ມີອິດທິພົນຊື່ສຽງເຄື່ອນໄຫວຢູ່ ຫວຽດນາມ; ເປີດກວ້າງຂອບເຂດໜູນຊ່ວຍໄປຍັງບໍລິເວນຕ່າງໆທີ່ຖືກມົນລະພິດຈາກລະເບີດໝາກມິນ, ວັດຖຸລະເບີດ…

ສ່ວນທ່ານເອກອັກຄະລັດຖະທູດ Marc E.Knapper ຢືນຢັນ ນັບແຕ່ປີ 2013, ພາຍຫຼັງທີ່ 2 ປະເທດລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການໜູນຊ່ວຍວຽກງານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ອາເມລິກາ ໄດ້ມານະພະຍາຍາມປະຕິບັດຄຳໝັ້ນສັນຍາເປັນຢ່າງດີ, ຍູ້ແຮງການອຸປະຖຳລວມທັງໂດຍກົງ ແລະ ທາງອ້ອມ ຜ່ານບັນດາອົງການຈັດຕັ້ງສາກົນ, ບໍ່ຂຶ້ນກັບລັດຖະບານ. ອາເມລິກາ ກໍ່ຕັ້ງໜ້າເຊື່ອມຕໍ່, ຮຽກຮ້ອງໃຫ້ປະຊາຄົມສາກົນ, ອົງການຈັດຕັ້ງຮ່ວມແຮງຮ່ວມໃຈໜູນຊ່ວຍ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນພາຍຫຼັງສົງຄາມ.


top