ຂ່າວສານ

ຫວຽດນາມ-ອາຟະລິກາໃຕ້ມານະພະຍາຍາມຊຸກຍູ້ການຄ້າ

ອາຟະລິກາໃຕ້ ສືບຕໍ່ແມ່ນຄູ່ຄ້າລາຍໃຫຍ່ແຖວໜ້າຂອງຫວຽດນາມ ຢູ່ອາຟະລິກາ ໃນປີຜ່ານມາ, ດ້ວຍວົງເງິນການຄ້ານຳເຂົ້າບັນລຸ 1,1 ຕື້ USD, ກວມເຖິງ 16% ຍອດວົງເງິນການຄ້າລະຫວ່າງຫວຽດນາມ ແລະ ບັນດາປະເທດຂຶ້ນກັບ “ທະວີບດຳ”.

ປີ 2018, ຫວຽດນາມ ໄດ້ສົ່ງອອກສິນຄ້າໄປຍັງອາຟະລິກາກວ່າ 724 ລ້ານ USD ແລະ ນຳເຂົ້າສິນຄ້າຈາກອາຟະລິກາກວ່າ 386 ລ້ານ USD. ນອກຈາກໂທລະສັບມືຖື, ເກີບໜັງ ແລະ ຄອມພິວເຕີ - ສິນຄ້າເອເລັກໂຕນິກ ສືບຕໍ່ແມ່ນ ປະເພດສິນຄ້າສົ່ງອອກຕົ້ນຕໍ່ຂອງຫວຽດນາມ ໄປຍັງອາຟະລິກາ ດ້ວຍມູນຄ່າເກືອບ 109 ລ້ານ USD ແລະ 96 ລ້ານ USD ຕາມລຳດັບ.

        ຕາມຕົວເລກຈາກກົມຕະຫຼາດອາຊີ - ອາຟະລິກາ ສັງກັດກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ຍອດວົງເງິນຂາອອກຂາເຂົ້າລະຫວ່າງຫວຽດນາມ ກັບ 53/55 ປະເທດພາກພື້ນອາຟະລິກາ ຄາດວ່າບັນລຸ 6,6 ຕື້ USD ໃນປີ 2018, ໃນນັ້ນວົງເງິນສົ່ງອອກແມ່ນເກືອບ 3 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2017. ໃນຈຳນວນດັ່ງກ່າວ, ອິຢີບ ແມ່ນຄູ່ຄ້າໃຫຍ່ທີ 2 ຂອງຫວຽດນາມ ຢູ່ອາຟະລິກາ.

 (ແຫຼ່ງຄັດຈາກ VOV)


top