ຂ່າວສານ

ຫວຽດນາມ ອະນຸມັດຜ່ານວັກຊິນກັນພະຍາດໂຄວິດ - 19 ຂອງ ບໍລິສັດ Pfizer

      ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈິ່ນວັນທ້ວນ ໄດ້ລົງນາມໃນຂໍ້ຕົກລົງອະນຸມັດຜ່ານວັນຊິນ Comirnaty ໂດຍບໍລິສັດ Pfizer  ແລະ BioNTech ຜະລິດ ເພື່ອແນໃສ່ຮັບໃຊ້ຄວາມຕ້ອງການອັນຮີບດ່ວນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. 
            ວັນທີ 12 ກັນຍາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈິ່ນວັນທ້ວນ ໄດ້ລົງນາມໃນຂໍ້ຕົກລົງອະນຸມັດຜ່ານວັນຊິນ Comirnaty ໂດຍບໍລິສັດ Pfizer  ແລະ BioNTech ຜະລິດ ເພື່ອແນໃສ່ຮັບໃຊ້ຄວາມຕ້ອງການອັນຮີບດ່ວນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. 
            ຕາມນັ້ນແລ້ວ, ກົມຄຸ້ມຄອງການຢາ ຈະມີຄວາມຮັບຜິດຊອບອະນຸຍາດໃຫ້ນຳເຂົ້າວັກຊິນ Comirnaty ເມື່ອໄດ້ຮັບເອກະສານ ແລະ ປະຕິບັດຖືກຕ້ອງບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການຄຸ້ມຄອງການນຳເຂົ້າ, ຄຸນນະພາບຂອງວັກຊິນທີ່ຈະນຳເຂົ້າ. ສະຖາບັນກວດກາວັກຊິນ ແລະ ຜະລິດຕະພັນຊີວະການແພດ ແຫ່ງຊາດ ຈະກວດກາ ແລະ ອອກໃບຢັ້ງຢືນການຜະລິດວັກຊິນດັ່ງກ່າວ ກ່ອນທີ່ຈະ ນຳໃຊ້.
 (ແຫຼ່ງຄັດຈາກ VOV)


top