ຂ່າວສານ

ຫວຽດນາມ ຫວັງວ່າ APEC ຈະສືບຕໍ່ຢັ້ງຢືນບົດບາດເປັນເວທີປາໄສຫຼັກແຫຼ່ງກ່ຽວກັບການຮ່ວມມື ແລະ ຮ່ວມສຳພັນເສດຖະກິດ

      ເນື່ອງໃນໂອກາດທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 28 ໃນລະຫວ່າງວັນທີ 11 – 12 ພະຈິກ 2021 ຕາມຮູບການທາງໄກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ໄດ້ມີການແລກປ່ຽນກັບນັກຂ່າວກ່ຽວກັບສະພາບການຮ່ວມມື APEC ໃນປີຜ່ານມາ, ບັນດາການປະກອບສ່ວນ ແລະ ຄວາມຫວັງຂອງ ຫວຽດນາມ ທີ່ມີຕໍ່ APEC ກໍຄືເວທີປາໄສຄັ້ງນີ້.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ (ພາບ: TTXVN)
      ທ່ານໃຫ້ຮູ້ວ່າ ໃນປີ 2021, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ວິວັດການຮ່ວມມື APEC ຍັງສືບຕໍ່ໄດ້ຮັບການຍູ້ແຮງ. ສິ່ງທີ່ໜ້າສົນໃຈທີ່ສຸດແມ່ນ ບັນດາສະມາຊິກ APEC ໄດ້ຕັ້ງໜ້າແລກປ່ຽນ, ປຶກສາຫາຫລືກ່ຽວກັບຫຼາຍມາດຕະການລະອຽດເພື່ອຜັນຂະຫຍາຍວິໄສທັດ APEC ຮອດປີ 2040 ເຊິ່ງການນຳບັນດາປະເທດໄດ້ຮັບຮອງເອົາໃນປີ 2020 ໃຫ້ມີປະສິດທິຜົນ, ແນໃສ່ກຳນົດທິດທາງການຮ່ວມມື ໃຫ້ແກ່ APEC ໃນທົດສະວັດຕໍ່ໄປ. ຫວຽດນາມ ໄດ້ສົມທົບກັບ ປະເທດເຈົ້າພາບ ນິວຊີແລນ ແລະ ສະມາຊິກອື່ນໆໃນ APEC ຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືຢ່າງແຮງ ກໍຄືການປະກອບສ່ວນແກ່ໂຄງການດຳເນີນງານຂອງ APEC ໃນປີ 2021. ຫວຽດນາມ ແມ່ນປະເທດຫຼັກແຫຼ່ງໃນການສ້າງວິໄສທັດ APEC 2040.
        ຕາມທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ແລ້ວ, ທີ່ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສສຳຄັນ. ຫວຽດນາມ ຕັ້ງຄວາມຫວັງວ່າ APEC ຈະສືບຕໍ່ຢັ້ງຢືນບົດບາດເປັນເວທີປາໄສຫຼັກແຫຼ່ງກ່ຽວກັບການຮ່ວມມື ແລະ ຮ່ວມສຳພັນເສດຖະກິດ, ຊຸກຍູ້ການເຕີບໂຕເສດຖະກິດໃນພາກພື້ນ ແລະ ທົ່ວໂລກ, ສືບຕໍ່ຢັ້ງຢືນບົດບາດສຳຄັນຂອງລັດທິຫຼາຍຝ່າຍ ແລະ ການຮ່ວມມືຫຼາຍຝ່າຍ. ຜ່ານນັ້ນ, APEC ຈະວາງອອກມາດຕະການ, ຊຸກຍູ້ການຮ່ວມມື ແນໃສ່ຮັບມືກັບໂລກລະບາດ, ປຸກລຸກກຳລັງໜູນໃໝ່, ຍູ້ໄວການຟື້ນຟູເສດຖະກິດ, ນຳພາກພື້ນກັບຄືນສູ່ການເຕີບໂຕແບບຍືນຍົງ ແລະ ກວມລວມ. ດ້ວຍວິໄສທັດກ່ຽວກັບປະຊາຄົມ ອາຊີ  - ປາຊີຟິກ ເປີດ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຮອດປີ 2040, ການນຳບັນດາປະເທດກໍຈະຍົກອອກການກຳນົດທິດທີ່ໃຫຍ່ຫຼວງແກ່ການຮ່ວມມື APEC ໃນສອງທົດສະວັດຈະມາເຖິງ ເພື່ອພາກພື້ນ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.
(ແຫຼ່ງຄັດຈາກ VOV)
 


top