ພ້ອມກັບການຫັນເປັນດິຈິຕອນ, ຫວຽດນາມ ພວມຊຸກຍູ້ການຫັນເປັນສີຂຽວ, ກຳນົດນີ້ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນປັດໄຈຫລັກແຫລ່ງ ແລະ ແມ່ນກຳລັງຫນູນບຸກທະລຸເພື່ອຊຸກຍູ້ການເຕີບໂຕສີຂຽວ ແລະ ພັດທະນາຢ່າງໝັ້ນຄົງ. ຍຸດທະສາດພັດທະນາເສດຖະກິດສີຂຽວຂອງຫວຽດນາມ ແມ່ນສຸມໃສ່ 3 ເປົ້າໝາຍ: ຊຸກຍູ້ການປັບປຸງຈິນຕະນາການສີຂຽວ, ສ້າງປະຊາຄົມສີຂຽວທີ່ມີຄວາມຮັບຜິດຊອບ ແລະ ຍູ້ແຮງການຮ່ວມມືສາກົນ ຜ່ານບັນດາຮູບແບບການຮ່ວມມືສີຂຽວຈາກຫລາຍຝ່າຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ P4G. (ພາບ:VGP/Nhật Bắc)
ຍຸດທະສາດພັດທະນາເສດຖະກິດສີຂຽວຂອງ ຫວຽດນາມ ວາງອອກເປົ້າໝາຍສັງລວມ, ກຳນົດການເຕີບໂຕສີຂຽວ ຕ້ອງບັນລຸໃຫ້ໄດ້ຄວາມວັດທະນາຖາວອນດ້ານເສດຖະກິດ, ຍືນຍົງກ່ຽວກັບສິ່ງແວດລ້ອມ ແລະ ຍຸຕິທຳສັງຄົມ; ມຸ່ງໄປເຖິງພື້ນຖານເສດຖະກິດສີຂຽວ, ຄວາມດຸ່ນດ່ຽງ carbon ແລະ ການປະກອບສ່ວນເຂົ້າໃນເປົ້າໝາຍຫລຸດຜ່ອນຄວາມອຸ່ນຂຶ້ນຂອງຫນ່ວຍໂລກ.
ທີ່ກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 ທີ່ຫາກໍ່ດຳເນີນຢູ່ ຮ່າໂນ້ຍ, ເປົ້າໝາຍນີ້ ອີກຄັ້ງຫນຶ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນຕໍ່ຫນ້າບັນດາຜູ້ແທນສາກົນ:
“ຫວຽດນາມ ກຳນົດການຫັນເປັນສີຂຽວແມ່ນບັນຫາຫລັກແຫລ່ງແກ່ນສານ ເພື່ອຊຸກຍູ້ການເຕີບໂຕທີ່ວ່ອງໄວ ແລະ ພັດທະນາແບບຍືນຍົງ. ພື້ນຖານເສດຖະກິດສີຂຽວ ຕ້ອງມີວິສາຫະກິດສີຂຽວ. ສັງຄົມສີຂຽວຕ້ອງມີພົນລະເມືອງສີຂຽວ”. ໂລກສີຂຽວຕ້ອງມີບັນດາປະເທດສີຂຽວ. ການເຂົ້າຮ່ວມ, ປະກອບສ່ວນ ແລະ ຊົມໃຊ້ໝາກຜົນຈາກວິວັດການຫັນເປັນສີຂຽວ ທັງແມ່ນນຫນ້າທີ່, ທັງແມ່ນສິດຜົນປະໂຫຍດຂອງທຸກປະເທດ, ຊົນຊາດຕາມຈິດໃຈ “ພ້ອມກັນເຮັດ, ພ້ອມກັບຮັບໄຊຊະນະ, ພ້ອມກັນຮັບຜົນປະໂຫຍດ ແລະ ພ້ອມກັນພັດທະນາ”.
ເພື່ອປະຕິບັດຄຳໝັ້ນສັນຍາ ນຳການປ່ອຍອາຍພິດລົງລະດັບ “0” ໃນປີ 2050, ຫວຽດນາມ ໄດ້ຜັນຂະຫຍາຍຫລາຍໝວດມາດຕະການຢ່າງຄົບຊຸດ ເພື່ອຊຸກຍູ້ການພັດທະນາເສດຖະກິດສີຂຽວ. ມີຫລາຍນະໂຍບາຍໄດ້ປະກາດໃຊ້ ພ້ອມທັງປັບປຸງບັນດານະໂຍບາຍກ່ຽວກັບການຄຸ້ມຄອງ, ຂຸດຄົ້ນ, ນຳໃຊ້ຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ສຳເລັດຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ. ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດທຳອິດທີ່ສ້າງແຜນການກະທຳແຫ່ງຊາດ ກ່ຽວກັບການປະຕິບັດໂຄງການດຳເນີນງານ ປີ 2030 ຫັນທິດຈາກຮູບແບບການເຕີບໂຕເດີມໄປຍັງການເຕີບໂຕສີຂຽວ ແລະ ເສດຖະກິດດິຈິຕອນ. ນີ້ແມ່ນບັນດາຄຳໝັ້ນສັນຍາຢ່າງແຮງ, ກໍ່ຄວາມກົດດັນຕໍ່ຕົນເອງ, ເພື່ອປຸກລຸກພູມປັນຍາ ຫວຽດນາມ, ເພື່ອຊອກຫານະວັດຕະກຳທົ່ວໂລກ ເພື່ອຊຸກຍູ້ການພັດທະນາສີຂຽວຂອງ ຫວຽດນາມ”.
ທ່ານ ຫງວຽນແມ້ງຮ່ງ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳເຫັນທີ່ກອງະຊຸມປຶກສາຫາລື "ເຕັກໂນໂລຊີບຸກທະລຸໃຫ້ແກ່ການຫັນປ່ຽນສີຂຽວ ແລະການພັດທະນາແບບຍືນຍົງໃນສັງກາດອັດສະລິຍະ. (ພາບ:VGP)
ນອກນັ້ນ ມີຫລາຍໝວດມາດຕະການກໍ່ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າ ເພື່ອແນໃສ່ແກ້ໄຂສະພາບຕິດຄັດແຫລ່ງກຳລັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນ ມີ 16 ໂຄງການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ດ້ວຍທຶນກູ້ຢຶມປະມານ 2,5 ຕຶ້ USD. ລັດຖະບານ ພ້ອມກັບອົງກອນ, ອົງການກ່ຽວຂ້ອງປະຕິບັດບັນດາມາດຕະການຫນູນຊ່ວຍວິສາຫະກິດຫັນປ່ຽນການຜະລິດ, ຕອບສະຫນອງບັນດາມາດຖານໃຫມ່, ມາດຖານສີຂຽວ, ການປ່ອຍອາຍພິດ carbon, ມາດຖານສິ່ງແວດລ້ອມ ສັງຄົມ ການບໍລິຫານ (ESG).
ລະດັບຄວາມພ້ອມເພື່ອຫັນເປັນສີຂຽວຂອງປະຊາຄົມວິສາຫະກິດ ຫວຽດນາມ ນັບມື້ນັບສູງ ເມື່ອນັບມື້ນັບມີຫລາຍຮູບແບບໃນບັນດາຂົງເຂດປຸງແຕ່ງ, ກິດຈະກຳສີຂຽວ, ທ່າກຳປັ່ນສີຂຽວ, ເຂດອຸດສາຫະກຳຊີວະພາບ, ວັດສະດຸກໍ່ສ້າງ... ທ່ານ ຫງວຽນໂດ໋ແອັງຕວັນ, ຫົວຫນ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຢັ້ງຢືນ: ການຮ່ວມມື ພາກລັດ - ເອກະຊົນ ປະກອບສ່ວນຄຸນຄ່າທີ່ໃຫຍ່ກວ່າໃຫ້ແກ່ກະສິກຳ ຫວຽດນາມ.
“ນີ້ແມ່ນທ່າອ່ຽງພື້ນຖານຫລັກເພື່ອປ່ຽນແປງໃໝ່ປະດິດຄິດສ້າງດ້ານກະສິກຳ ຫວຽດນາມ. ເພາະວ່າ ການປ່ຽນແປງໃຫມ່ປະດິດຄິດສ້າງທຳອິດແມ່ນຕ້ອງເລີ່ມມາຈາກຫລາຍແນວຄວາມຄິດໃຫມ່ ແລະ ຫລາຍຮູບແບບ, ສາມາດຮ່ວມສຳພັນ, ສົມທົບນຳກັນຂອງທັງພາກລັດ - ເອກະຊົນ. ດ້ວຍເປົ້າໝາຍກະສິກຳເຕີບໂຕ 4% ຊື່ງລັດຖະບານມອບໝາຍນັ້ນ ການປ່ຽນແປງໃຫມ່ປະດິດຄິດສ້າງແມ່ນບັນຫາຫລັກເພື່ອໃຫ້ ຫວຽດນາມ ສາມາດເຕີບໂຕວ່ອງໄວກວ່າ”.
ດ້ວຍຄວາມປາດຖະຫນາຢາກພັດທະນາແບບຍືນຍົງ ພ້ອມທັງປະກອບສ່ວນຊຸກຍູ້ວິວັດການຫັນເປັນສີຂຽວທົ່ວໂລກ ເຖິງວ່າ ແມ່ນປະເທດພວມພັດທະນາ, ຍັງຈຳກັດກ່ຽວກັບແຫລ່ງກຳລັງ ແຕ່ຫວຽດນາມ ກໍ່ພວມມານະພະຍາຍາມປະຕິບັດຍຸດທະສາດພັດທະນາສີຂຽວ, ກະກຽມເປັນຢ່າງດີໃຫ້ແກ່ວິວັດທະນາການພັດທະນາ “ທັງວ່ອງໄວ ທັງເປັນສີຂຽວ” ແລະ ຍືນຍົງ.