ຂ່າວສານ

ຫວຽດນາມ - ສ.ເກົາຫຼີ: ແບບຢ່າງຂອງການພົວພັນດ້ານການທູດ

ປະຈຸບັນ, ຄິດສະເລ່ຍແຕ່ລະເດືອນ ມີຖ້ຽວບິນໂດຍກົງລະຫວ່າງ 2 ປະເທດກວ່າ 1.000 ຖ້ຽວ. ຈຳນວນນັກທ່ອງທ່ຽວຂອງ 2 ປະເທດໄປມາຢ້ຽມຢາມເຊິ່ງກັນ ແລະ ກັນພວມຮັບການຟື້ນຟູຢ່າງແຮງ ພາຍຫຼັງທີ່ໂລກລະບາດໄດ້ຮັບການຄວບຄຸມ.
  (ທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ການພົບປະກັບປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ)  

ໂດຍຮັບຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດເຖິງປະເທດ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 04-06 ທັນວາ. ພາຍຫຼັງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 13 ປີແຫ່ງຄູ່ຮ່ວມມືຍຸດທະສາດ, ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນແບບຢ່າງໃຫ້ແກ່ສາຍພົວພັນອັນດີງາມລະຫວ່າງ 2 ປະເທດ. ນີ້ແມ່ນພື້ນຖານ, ແມ່ນບ່ອນອີງທີ່ໝັ້ນຄົງໜັກແໜ້ນໃຫ້ແກ່ໄລຍະຮ່ວມມືຢ່າງແຮງ, ສ້າງບາດກ້າວບຸກທະລຸລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຕໍ່ໆໄປ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແມ່ນແຂກຖືກເຊີນຜູ້ທຳອິດມາຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ນັບແຕ່ເມື່ອທ່ານປະທານາທິບໍດີ Yoon Suk yeol ເລີ່ມຕົ້ນອາຍຸການເປັນປະທານາທິບໍດີຄົນທີ 20 ຂອງ ສ.ເກົາຫຼີ (ເດືອນ ພຶດສະພາ 2022), ສະແດງໃຫ້ເຫັນເລື່ອງ ສ.ເກົາຫຼີ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol ກໍ່ໃຫ້ການຕ້ອນຮັບທ່ານປະທານປະເທດ ຫງວຽນຊວນຟຸກ ຕາມພິທີທາງການສູງສຸດ.

ຈຸດພົ້ນເດັ່ນຫຼາຍຢ່າງກ່ຽວກັບການຮ່ວມມື ຫວຽດນາມ - ສ.ເກົາຫຼີ

ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ (22 ທັນວາ 1992), ຫວຽດນາມ ແລະ ສ.ເກົາຫຼີ ຍາມໃດກໍ່ມີສະຕິຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມສຳຄັນເຊິ່ງມີຄວາມໝາຍປະຫວັດສາດຂອງການພົວພັນລະຫວ່າງ 2 ປະເທດ ສຳລັບແຕ່ລະປະເທດ. ພ້ອມກັນນັ້ນ, ການພັດທະນາຢ່າງຂະຫຍັນຂັນເຄື່ອນ, ສະຖຽນລະພາບຂອງແຕ່ລະປະເທດ ກໍ່ແມ່ນເງື່ອນໄຂສະດວກເພື່ອໃຫ້ 2 ປະເທດເປີດກວ້າງ ແລະ ເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕື່ມ.

ປະຈຸບັນ, ສ.ເກົາຫຼີ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ, ແມ່ນນັກສະໜອງທຶນຊ່ວຍເຫຼືອພັດທະນາທາງການ (ODA) ໃຫຍ່ອັນດັບທີ 2 ໃຫ້ແກ່ ຫວຽດນາມ. ສ.ເກົາຫຼີ ພວມນຳໜ້າກ່ຽວກັບການລົງທຶນເຂົ້າ ຫວຽດນາມ ດ້ວຍທຶນຈົດທະບຽນແມ່ນເກືອບ 80 ຕື້ USD, ມີຫຼາຍກວ່າ 9.200 ໂຄງການຍັງມີຜົນສັກສິດ. ສິ່ງທີ່ໜ້າເວົ້າເຖິງນັ້ນແມ່ນ, ລະດັບການລົງທຶນຂອງ ສ.ເກົາຫຼີ ຢູ່ ຫວຽດນາມ ສືບຕໍ່ໄດ້ຮັບການຮັກສາ ແລະ ບັນລຸການເຕີບໂຕ ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ມີວິສາຫະກິດ ສ.ເກົາຫຼີ ກວ່າ 9.200 ແຫ່ງມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ພວມເຄື່ອນໄຫວໃນບັນດາຂົງເຂດ ອຸດສາຫະກຳ - ກໍ່ສ້າງ, ກະສິກຳ, ການທ່ອງທ່ຽວ, ການບໍລິການ, ການສົ່ງອອກ … ໂດຍຕີລາຄາສູງຄວາມສາມາດບົ່ມຊ້ອນລົງທຶນຢູ່ ຫວຽດນາມ, ທ່ານ Hong Sun, ຮອງປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ (Kocharm) ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

“ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໄລຍະກ່ອນເກີດໂລກລະບາດໂຄວິດ-19 ກໍ່ແມ່ນໜຶ່ງໃນບັນດາປະເທດທີ່ເປັນໜ້າເຂົ້າມາລົງທຶນ, ມີຄວາມສຳຄັນຍິ່ງ ແລະ ໄດ້ຮັບຄວາມສົນໃຈ, ບໍ່ພຽງແຕ່ ສ.ເກົາຫຼີ ເທົ່ານັ້ນ ຫາກຍັງແມ່ນບັນດາປະເທດໃນໂລກອີກດ້ວຍ. ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ຍ້ອນການຊີ້ນຳຂອງລັດຖະບານ ຫວຽດນາມ ກໍ່ຄືປະຊາຊົນ ຫວຽດນາມ ໄດ້ສາມັກຄີກັນໄດ້ແກ້ໄຂໃຫ້ເປັນປົກກະຕິ. ຍ້ອນເຫດນັ້ນ, ບັນດານັກລົງທຶນເວົ້າລວມ ແລະ ບັນດານັກລົງທຶນ ສ.ເກົາຫຼີ ເວົ້າສະເພາະ ຈຶ່ງມີຄວາມສົນໃຈທີ່ສຸດ ແລະ ພວມສືບຕໍ່ລົງທຶນ ແລະ ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ. ພວກຂ້າພະເຈົ້າຫວັງວ່າ, ຫວຽດນາມ ແລະ ສ.ເກົາຫຼີ ຈະສືບຕໍ່ຊຸກຍູ້ການຮ່ວມມືໃຫ້ບັນລຸຜົນສຳເລັດຍິ່ງໆຂຶ້ນ.”

ໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ - ສ.ເກົາຫຼີ

       ບັນດາວິສາຫະກິດ FDI ສ.ເກົາຫຼີ ໄດ້ຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ຫວຽດນາມ ກວ່າ 700.000 ຄົນ, ພ້ອມນັ້ນກໍ່ມີຜູ້ແຮງງານ ຫວຽດນາມປະມານ 48.000 ຄົນພວມເຮັດວຽກຢູ່ ສ.ເກົາຫຼີ. ເພື່ອປົກປ້ອງສິດຜົນປະໂຫຍດຢ່າງຮອບດ້ານໃຫ້ແກ່ຜູ້ອອກແຮງງານຂອງ 2 ປະເທດທີ່ເຮັດວຽກຢູ່ເຂດດິນແດນຂອງກັນ ໃນສະພາບທີ່ຜູ້ອອກແຮງງານຂອງແຕ່ລະຝ່າຍນັບມື້ນັບເພີ່ມຂຶ້ນ. ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນບາຮວານ ໃຫ້ຮູ້ວ່າ:

“ຫວຽດນາມ ແລະ ສ.ເກົາຫຼີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບຜູ້ອອກແຮງານຫຼາຍສະບັບ. 2 ກະຊວງໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືໄລຍະກາງ, ໄລຍະຍາວ ແລະ ສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດແຮງງານ, ວຽກເຮັດງານທຳ ແລະ ການໜູນຊ່ວຍສັງຄົມຢ່າງຮອບດ້ານ. 2 ຝ່າຍສືບຕໍ່ຍູ້ແຮງ ແລະ ເປີດກວ້າງບັນດາໂຄງການສຸມໃສ່ບາງເນື້ອໃນຈຸດສຸມ, ຄື: ກໍ່ສ້າງພື້ນຖານໂຄງລ່າງ ແລະ ຮ່ວມມືດ້ານການເງິນ ແລະ ເຕັກນິກ ຜັນຂະຫຍາຍບັນດາໂຄງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ສືບຕໍ່ເປີດກວ້າງຂອບເຂດ, ຮູບແບບຮ່ວມມືອອກແຮງງານ; ຮັກສາບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການໜູນຊ່ວຍສັງຄົມ, ຮັບປະກັນບັນດາເປົ້າໝາຍພັດທະນາແບບຍືນຍົງ”.

ປະຈຸບັນ, ຄິດສະເລ່ຍແຕ່ລະເດືອນ ມີຖ້ຽວບິນໂດຍກົງລະຫວ່າງ 2 ປະເທດກວ່າ 1.000 ຖ້ຽວ. ຈຳນວນນັກທ່ອງທ່ຽວຂອງ 2 ປະເທດໄປມາຢ້ຽມຢາມເຊິ່ງກັນ ແລະ ກັນພວມຮັບການຟື້ນຟູຢ່າງແຮງ ພາຍຫຼັງທີ່ໂລກລະບາດໄດ້ຮັບການຄວບຄຸມ. ປະຊາຊົນ 2 ປະເທດພວມດຳລົງຊີວິດຢູ່ປະເທດຂອງກັນແມ່ນຫຼາຍພໍສົມຄວນ. ປະຈຸບັນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແມ່ນກວ່າ 216.000 ຄົນ. ມີຊາວ ສ.ເກົາຫຼີ ກວ່າ 180.000 ຄົນພວມດຳລົງຊີວິດຢູ່ ຫວຽດນາມ, ສ່ວນຫຼາຍແມ່ນນັກທຸລະກິດ.

ປີ 2022 ບໍ່ພຽງແຕ່ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ເທົ່ານັ້ນ, ຫາກຍັງເປັນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃໝ່ໃນການພົວພັນ ຫວຽດນາມ - ສ.ເກົາຫຼີ ອີກດ້ວຍ. ໃນສະພາບການນັ້ນ, ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຄັ້ງນີ້ ເປັນການສ້າງທ່ວງທ່າໃຫ້ແກ່ໄລຍະຮ່ວມມືໃໝ່ລະຫວ່າງ 2 ປະເທດ.


top