ຂ່າວສານ

ຫວຽດນາມ - ສ.ເກົາຫຼີ ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 100 ຕື້ USD ໃນປີ 2023

ຕອນບ່າຍວັນທີ 13 ທັນວາ, ຢູ່ນະຄອນຫຼວງ ເຊີອຸນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ເວທີປາໄສ. (ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ການເຄື່ອນໄຫວດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນ ຫວຽດນາມ - ສ.ເກົາຫຼີ. ເຖິງວ່າ ໃນໄລຍະຜ່ານມາ ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງທັງ 2 ປະເທດກໍ່ຕາມ, ແຕ່ແງ່ຫວັງເພື່ອເສີມຂະຫຍາຍບັນດາໝາກຜົນການຮ່ວມມືລະຫວ່າງ 2 ປະເທດ ຍັງມີຫຼາຍຢູ່. ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການຍົກລະດັບການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສູ້ຊົນຮອດປີ 2023 ສະເພາະຂະແໜງການຄ້າຈະບັນລຸລະດັບ 100 ຕື້ USD ຕາມທິດນັບມື້ນັບສ້າງຄວາມດຸ່ນດ່ຽງ ແລະ ຮອດປີ 2030 ສູ້ຊົນບັນລຸເປົ້າໝາຍ 150 ຕື້ USD.

        ທີ່ເວທີປາໄສ, ປະທານສະພາແຫ່ງຊາດທັງ 2 ທ່ານໄດ້ເປັນສັກຂີພິຍານເລື່ອງການນຳແຂວງ ທາຍງວຽນ, ຮ່ານາມ, ບັກນິງ, ທາຍບິ່ງ, ຫາຍເຢືອງ ມອບໃບຢັ້ງຢືນຈົດທະບຽນລົງທຶນ ແລະ ຂໍ້ຕົກລົງຮ່ວມມືກັບບັນດາວິສາຫະກິດຂອງ ສ.ເກົາຫຼີ 15 ສະບັບ. ພ້ອມກັນນັ້ນ, ຍັງມີໃບຢັ້ງຢືນຈົດທະບຽນລົງທຶນ ແລະ ຂໍ້ຕົກລົງຮ່ວມມືອື່ນ 12 ສະບັບກໍ່ໄດ້ຮັບການລົງນາມ ແລະ ມອບແບບທາງໃກ.

(ແຫຼ່ງຄັດຈາກ VOV)


top