ຂ່າວສານ

ຫວຽດນາມ ສົ່ງອອກໝາກລຳໄຍຖ້ຽວທຳອິດໄປ ຍີ່ປຸ່ນ ຕາມໂຄຕ້າ

ພາຍຫຼັງຖ້ຽວທຳອິດນີ້, ໃນແຕ່ລະເດືອນ, ບໍລິສັດ ຮ່ວາງຟາດ ຈຳກັດ ຢູ່ແຂວງ ລອງອານ ຈະສົ່ງອອກໝາກລຳໄຍສົດໄປຍີ່ປຸ່ນ ປະມານແຕ່ 70 – 100 ໂຕນດ້ວຍການຂົນສົ່ງທາງທະເລ ແລະ ທາງການບິນ.
  ພາບປະກອບ  

ພາຍຫຼັງການເຈລະຈາມາເປັນເວລາ 6 ປີ, ໝາກລຳໄຍສົດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ ຍີ່ປຸ່ນ. ວັນທີ 3 ມັງກອນ, ຢູ່ແຂວງ ລອງອານ, ບໍລິສັດ ຮ່ວາງຟາດ ຈຳກັດ ໄດ້ເລີ່ມດຳເນີນຂັ້ນຕອນສົ່ງອອກໝາກລຳໄຍສົດຖ້ຽວທຳອິດຂອງ ຫວຽດນາມ ໄປ ຍີ່ປຸ່ນ ຕາມໂຄຕ້າຈຳນວນ 10 ໂຕນ. ລຳໄຍ ໄດ້ຂົນສົ່ງທາງການບິນ ແລະ ຄາດວ່າ ຈະໄດ້ວາງຂາຍໃນບັນດາຮ້ານຊັບພະສິນຄ້າຂອງ ຍີ່ປຸ່ນ ໃນວັນທີ 7 ມັງກອນ. ພາຍຫຼັງຖ້ຽວທຳອິດນີ້, ໃນແຕ່ລະເດືອນ, ບໍລິສັດ ຮ່ວາງຟາດ ຈຳກັດ ຢູ່ແຂວງ ລອງອານ ຈະສົ່ງອອກໝາກລຳໄຍສົດໄປຍີ່ປຸ່ນ ປະມານແຕ່ 70 – 100 ໂຕນດ້ວຍການຂົນສົ່ງທາງທະເລ ແລະ ທາງການບິນ.

ກົມປ້ອງກັນພືດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ມີມາດຕະການໜູນຊ່ວຍການສະໜອງລະຫັດເຂດປູກ, ລະຫັດເຂດຫຸ້ມຫໍ່ ແລະ ບັນດາການກຳນົດກ່ຽວກັບຫຼັກອະນາໄມສະບຽງອາຫານເພື່ອໃຫ້ໝາກລຳໄຍສືບຕໍ່ເພີ່ມປະລິມານເຂົ້າຕະຫຼາດ ຍີ່ປຸ່ນ. ທ່ານ ເລວັນທຽດ, ຮອງຫົວໜ້າກົມປ້ອງກັນພືດ, ໃຫ້ຮູ້ວ່າ:

“ໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເປີດກ້ວາງລະຫັດເຂດປູກ ກໍ່ຄືຮາກຖານຫຸ້ມຫໍ່, ຮາກຖານເກັບຮັກສາຄວາມເຢັນ ເພື່ອສ້າງເງື່ອນໄຂສະດວກກ່ວາ, ປະກອບສ່ວນຍົກສູງມູນຄ່າຂອງການສົ່ງອອກໝາກລຳໄຍສົດເວົ້າສະເພາະ ແລະ ຜັກສົດຂອງ ຫວຽດນາມ ໃນຕະຫຼາດໂລກ ເວົ້າລວມ”.

ມາຮອດປະຈຸບັນ, ມີໝາກໄມ້ສົດ 4 ປະເພດຂອງ ຫວຽດນາມ ໄດ້ສົ່ງອອກ ໄປຍັງຕະຫຼາດຍີ່ປຸ່ນ, ເຊິ່ງລວມມີ: ໝາກມັງກອນ, ໝາກມ່ວງ, ໝາກລີ້ີ້ນຈີ່ ແລະ ໝາກລຳໄຍ.


top