ຂ່າວສານ

ຫວຽດນາມ ສົ່ງອອກເກີນດຸນກ່ວາ 6,3 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2023

ໃນ 4 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງອອກເກີນດຸນກ່ວາ 6,3 ຕື້ ໂດລາສະຫະລັດ...
(ພາບປະກອບຈາກ: TTXVN )

ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ສະຖິຕິ, 4 ເດືອນຕົ້ນປີ 2023 ນີ້, ວົງເງິນສົ່ງອອກສິນຄ້າຂອງ ຫວຽດນາມ ຄາດວ່າ ບັນລຸ 108,57 ຕື້ ໂດລາສະຫະລັດ, ຫລຸດລົງ 11,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ແຕ່ວົງເງິນນຳເຂົ້າສິນຄ້າຄາດວ່າບັນລຸກ່ວາ 102,22 ຕື້ ໂດລາສະຫະລັດ. ໝາຍຄວາມວ່າ, ໃນ 4 ເດືອນຜ່ານມາ, ຫວຽດນາມ ໄດ້ສົ່ງອອກເກີນດຸນກ່ວາ 6,3 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 4 ຕື້ ໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.

        ໃນນັ້ນ, ສະເພາະເດືອນ ເມສາ, ວົງເງິນສົ່ງອອກສິນຄ້າຄາດວ່າບັນລຸ 27,5 ຕື້ ໂດລາສະຫະລັດ, ວົງເງິນນຳເຂົ້າສິນຄ້າຄາດວ່າບັນລຸ 26 ຕື້ ໂດລາສະຫະລັດ.

        ກ່ຽວກັບຕະຫຼາດສົ່ງອອກ, ນຳເຂົ້າສິນຄ້າ ໃນ 4 ເດືອນຕົ້ນປີນີ້, ອາເມລິກາ ແມ່ນຕະຫຼາດນຳເຂົ້າຫຼາຍສຸດຂອງ ຫວຽດນາມ ດ້ວຍວົງເງິນຄາດວ່າບັນລຸ 28,4 ຕື້ ໂດລາສະຫະລັດ. ຈີນ ແມ່ນປະເທດ ສົ່ງອອກຍັງ ຫວຽດນາມ ຫຼາຍສຸດດ້ວຍວົງເງິນຄາດວ່າບັນລຸ 33,3 ຕື້ ໂດລາສະຫະລັດ.

 


top