ວັດທະນະທຳ

ຫວຽດນາມ ສົ່ງອອກຊຸດວິເຄາະ “SARS-CoV-2” ສູ່ຕ່າງປະເທດ

ຫຼັງຈາກໄດ້ຮັບການຮັບຮອງດ້ານມາດຕະຖານຈາກ WHO ແລະ ໄດ້ຮັບໃບອະນຸຍາດຈາກກະຊວງສາທາລະນະສຸກ, ຊຸດ ວິເຄາະຫາເຊື້ອໄວ ຣັດ SARS-CoV-2 (Kit) Real-time RT-PCR ແລະ RT-PCR ໂດຍສະຖາບັນ ຄົ້ນຄວ້າການ ແພດ ທະຫານ (ວິທະຍາຄານ ເສນາຮັກ) ພວມໄດ້ຮັບການ ຜະ ລິດ ເປັນຈຳນວນຫຼາຍ ເພື່ອຊ່ວຍເຫຼືອຢ່າງທັນການ ຫວຽດນາມ ເປັນເຈົ້າການ ໃນວຽກງານປ້ອງກັນ ແລະ ຕ້ານພະຍາດອັກ ເສບປອດ ຈາກ ເຊື້ອຈຸລະໂຣກ ສາຍພັນໃໝ່ COVID-19 ແລະ  ໃຫ້ການຊ່ວຍ ເຫຼືອບັນດາປະເທດ ໃນໂລກອີກດ້ວຍ. 
ຈຸດເດັ່ນແມ່ນ ສາມາດກວດພົບໄວຣັດ SARS-CoV-2 ຜ່ານ ການທົດລອງຄັ້ງດຽວ ໃນເວລາ 2 ຊົ່ວໂມງ, ຊຸດ Kit 2 ຊຸດ ໂດຍສະຖາບັນ ຄົ້ນຄວ້າການແພດທະຫານ ສົມທົບກັບບໍລິສັດ ຫຸ້ນສ່ວນ ເຕັກໂນໂລຊີ ຫວຽດ-ອ໋າ ໄດ້ທໍາການຜະລິດ ແລະໄດ້ ຮັບການສັ່ງຊື້ ຈາກໂຮງໝໍ, ສູນຄວບຄຸມກວດກາ ໂລກລະບາດ ຢູ່ ຫວຽດນາມ 40 ແຫ່ງ ແລະ ກວ່າ 10 ປະເທດໃນໂລກ ສັ່ງຊື້ ຄື: ກຳປູເຈຍ, ນີເຊຣີ, ໂປໂລຍ, ອົດສະຕຣາລີ, ເຢຍລະມັນ, ແຟງລັງ, ຢູແກຣນ, ອີຕາລີ, ຕວັກກີ, ອຽກລັງ ແລະ ອື່ນໆ. 

ປັດຈຸບັນ, ຜູ້ຜະລິດໄດ້ສົ່ງຊຸດ Kit 50 ຊຸດທຳອິດໄປ ຢູແກຼນ ແລະ 100 ຊຸດໄປ ແຟງລັງ ເພື່ອໃຫ້ເຂົາເຈົ້າລົງທະບຽນ ຈຳໜ່າຍຜະລິດຕະພັນ ຢູ່ 2 ປະເທດດັ່ງກ່າວ ກ່ອນທີ່ຈະນຳເຂົ້າຢ່າງເປັນທາງການ. ພິເສດ, ນະຄອນ ຮ່າໂນ້ຍ ໄດ້ສັ່ງຊື້ຊຸດ Kit 4000 ຊຸດ ເພື່ອນຳໃຊ້ຢູ່ ຮ່າໂນ້ຍ ແລະ ມອບໃຫ້ບັນດາ ໂຮງໝໍຢູ່ ອີຕາລີ, ຊຶ່ງເປັນ ປະເທດທີ່ເກີດການລະບາດ COVID-19  ຢ່າງຮຸນແຮງ ຢູ່ ເອີຣົບ ໃນປັດຈຸບັນ. 

Real-time RT-PCR ສາມາດວິເຄາະ ແລະ ກໍານົດ ເຊື້ອ ໄວຣັດ SARS-CoV-2 ໄດ້ຢ່າງຊັດເຈນ, ສ່ວນ RT-PCR ສາມາດວິເຄາະ ແລະ ເລືອກເຟັ້ນ ເຊື້ອໄວຣັດ SARS-CoV-2 ໂດຍສະຖາບັນ ຄົ້ນຄວ້າການແພດທະຫານ (ວິທະຍາຄານ ເສນາຮັກ) ປະສົບຜົນສຳເລັດໃນການຄົ້ນຄວ້າໃນເວລາ 2 ເດືອນ, ປະກອບສ່ວນຢັ້ງຢືນຄວາມສາມາດຂອງບັນດາ ນັກວິທະຍາສາດ ຫວຽດນາມ ໃນບັ້ນຮົບຕ້ານ Covid - 19. ບັນດານັກຮົບ ເທິງບັ້ນຮົບຕ້ານການລະບາດ ໄດ້ສ້າງຊື່ສຽງໃຫ້ ຫວຽດນາມ ໃນແຜນທີ່ຄົ້ນຄວ້າ ຊຸດ Kit ທົດລອງເຊື້ອໄວຣັດ SARS-CoV-2 ໃນລະດັບສາກົນ.


ທ່ານພັນເອກ, ຮສຈ. ປອ ໂຮ່ແອງເຊີນ ໃຫ້ຮູ້ວ່າ: “ຊຸດ Kit ແມ່ນ ກິດຈະກຳຂອງບັນດານັກຮົບ ໃນບັ້ນຮົບຕ້ານ ໂລກລະບາດ,  
ພວກຂ້າພະເຈົ້າຍັງສືບຕໍ່ການຄົ້ນຄວ້າ ແລະ ພັດທະນາ ໃຫ້ດີ ຍິ່ງຂຶ້ນ”. ພາບ: ກົງດາດ



ທີມງານ ຂອງ ສະຖາບັນຄົ້ນຄວ້າ ການແພດ ທະຫານ ພວມ ປູກເຊື້ອ ແລະ ແຍກອອກບັນດາຕົວແບບ ເຊື້ອໄວຣັດ SARS-CoV ຕໍ່ກໍລະນີ ສົງໄສຕິດເຊື້ອໄວຣັດ SARS-CoV-2. ພາບ: ເອກະສານ


ບັນດາຕົວແບບ ເຊື້ອໄວຣັດ SARS-CoV ຕໍ່ກໍລະນີ ສົງໄສ ຜູ້ ຕິດເຊື້ອໄວຣັດ SARS-CoV 2 ຫຼັງຈາກເສັດສິ້ນຂະບວນການ ທາງຈູລິນຊີ ຈະທົດສອບດ້ວຍເຄື່ອງຈັກ ເພື່ອຜົນຮັບ. ພາບ: ເອກະສານ


ພະນັກງານຂອງ ສະຖາບັນຄົ້ນຄວ້າ ການແພດທະຫານ ພວມ ປະຕິບັດການວິເຄາະບັນດາຕົວແບບ ເຊື້ອໄວຣັດ SARS-CoV ຕໍ່ກໍລະນີ ສົງໄສຕິດເຊື້ອໄວຣັດ SARS-CoV 2. ພາບ: ເອກະສານ


ຂັ້ນຕອນການແຍກອອກບັນດາຕົວແບບ ເຊື້ອໄວຣັດ SARS-CoV ຕໍ່ກໍລະນີ ສົງໄສຕິດເຊື້ອໄວຣັດ SARS-CoV 2. ພາບ: ກົງດາດ


ຕົວແບບ ເຊື້ອໄວຣັດ SARS-CoV ພາຍຫຼັງສຳເລັດການ ປູກ ເຊື້ອ ARN. ພາບ: ກົງດາດ


ບັນດາຊຸດ Kit ໄດ້ນຳເຂົ້າໃນເຄື່ອງ Real-time RT-PCR ເພື່ອປະຕິບັດການວິເຄາະ. ພາບ: ກົງດາດ


ເຄື່ອງ Real-time RT-PCR ຈະແຍກອອກ ARN ເພື່ອປະຕິ ບັດການວິເຄາະເຊື້ອໄວຣັດ SARS-CoV 2. ພາບ: ກົງດາດ


ພັນເອກ-ຮສຈ. ປອ ໂຮ່ແອງເຊີນ-ຮອງຜູ້ອຳນວຍການ ສະຖາບັນ ຄົ້ນຄວ້າການແພດທະຫານ, ວິທະຍາຄານ ເສນາຮັກ, ປະທານຫົວຂໍ້ຄົ້ນຄວ້າ Kit ທົດລອງເຊື້ອໄວຣັດ SARS-CoV 2 ແລະ ປະລິນຍາເອກ ຮວ່າງຊວນຊື໊-ຫົວໜ້າ ຫ້ອງການຈຸລິນຊີ (ເສື້ອຂາວ) ພວມກວດກາຜົນສຳເລັດ ການວິເຄາະ ຂອງ ຕົວແບບຕິດເຊື້ອໄວຣັດ SARS-CoV 2. ພາບ: ກົງດາດ


ຫຼັງຈາກສຳເລັດການວິເຄາະ, ຂີດສີແດງຢູ່ເທິງເຄື່ອງ Real-time RT-PCR ຢູ່ລະດັບສູງ, ໝາຍຄວາມວ່າ ຄົນເຈັບຕິດ ເຊື້ອໄວຣັດ SARS-CoV 2. ພາບ: ກົງດາດ


ໜຶ່ງຜົນສຳເລັດຂອງການທົດລອງ, ຂີດສີແດງຢູ່ເທິງເຄື່ອງ Real-time RT-PCR ສະແດງໃຫ້ເຫັນວ່າ ຄົນເຈັບຕິດ ເຊື້ອ ໄວຣັດ SARS-CoV 2. ພາບ: ກົງດາດ


ຊຸດ Kit SARS-CoV 2 2 ຊຸດ ໄດ້ຖືກທົດສອບ ໂດຍບໍລິສັດ ຫຸ້ນສ່ວນ ເຕັກໂນໂລຊີ ຫວຽດ-ອ໋າ ປະສົບຄວາມສຳເລັດ ດ້ວຍ ກຳລັງການຜະລິດ 10.000 ຊຸດຕໍ່ມື້. ພາບ: ກົງດາດ


ບັນດາພະນັກງານຂອງສະຖາບັນຄົ້ນຄວ້າ ການແພດ ທະຫານ ລາຍງານ ຜົນການວິເຄາະເປັນຊົ່ວໂມງ ຢ່າງເປັນປະຈຳວັນ, ກ່ຽວກັບວຽກງານ ຄົ້ນຄວ້າ SARS-CoV 2 ຕໍ່ການນຳຂັ້ນ ເທິງ. ພາບ: ກົງດາດ


ເພື່ອບັນລຸໄດ້ຜົນສຳເລັດດັ່ງກ່າວ, ຮອງຜູ້ອຳນວຍການສະຖາບັນ ຄົ້ນຄວ້າ ການແພດທະຫານ, ພັນເອກ-ຮສຈ. ປອ ໂຮ່ແອງເຊີນ-ປະທານຫົວຂໍ້ຄົ້ນຄວ້າ Kit ທົດລອງເຊື້ອໄວຣັດ SARS-CoV-2 ໄວ ແລະ ປອ ຮວ່າງຊວນຊື໊ ພ້ອມ ກັບ ພະນັກງານ ຂອງ ສະຖາບັນ ຄົ້ນຄວ້າການແພດທະຫານ ຕ້ອງເຮັດວຽກ ຢ່າງໜັກ ເປັນເວລາ 2 ເດືອນ. 

ເຖິງວ່າ ຊຸດ Kit ທົດລອງເຊື້ອໄວຣັດ SARS-CoV-2 ໂດຍ ຫວຽດນາມ ຜະລິດ ໄດ້ນຳໃຊ້ຢູ່ພາຍໃນ ແລະ ສົ່ງໄປຍັງ ບັນດາ ປະເທດຄື: ມາເລເຊຍ, ອີຣານ, ແຟງລັງ ແລະ ຢູແກຼນ ແລ້ວ, ແຕ່ພາລະກິດ ຂອງ ພວກເຂົາ ຍັງບໍ່ທັນສຳເລັດເທື່ອ. ສະຖາບັນ ຄົ້ນຄວ້າການແພດທະຫານ ຍັງ ສືບຕໍ່ການຄົ້ນຄວ້າ ແລະ ພັດທະນາ ເພື່ອໃຫ້ໄດ້ຜະລິດຕະພັນ ດີຍິ່ງຂຶ້ນ. 

2 ຊຸດທົດສອບໄວ (Kit) Real-time RT-PCR ແລະ RT-PCR ໂດຍສະຖາບັນ ຄົ້ນຄວ້າ ການແພດທະຫານ ຄົ້ນຄວ້າ ໄດ້ມາດຕະຖານ ທຽບເທົ່າກັບຊຸດ Kit ຂອງ US CDC ແລະ WHO ຜະລິດ. 
 
ບົດ: ບິກເວິນ - ພາບ: ກົງດາດ, ເອກະສານ

top