ຂ່າວສານ

ຫວຽດນາມ ສູ້ຊົນໃຫ້ມີພື້ນຖານເຕັກໂນໂລຊີຊີວະສາດແຖວໜ້າຢູ່ ອາຊີ

ຫວຽດນາມ ໄດ້ວາງເປົ້າໝາຍຮອດປີ 2030 ສູ້ຊົນມີພື້ນຖານເຕັກໂນໂລຊີຊີວະສາດບັນລຸລະດັບກ້າວໜ້າໃນໂລກ ຢູ່ບາງຂົງເຂດສຳຄັນ.
  ພາບປະກອບ: HCMBIOTECH  

ໂດຍຕາງໜ້າກົມການເມືອງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຊັນປະກາດໃຊ້ມະຕິເລກທີ 36 ລົງວັນທີ 30 ມັງກອນ ກ່ຽວກັບການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີຊີວະສາດຮັບໃຊ້ການພັດທະນາປະເທດຊາດແບບຍືນຍົງໃນສະພາບການໃໝ່. ຕາມນັ້ນແລ້ວ, ຫວຽດນາມ ໄດ້ວາງເປົ້າໝາຍຮອດປີ 2030 ສູ້ຊົນມີພື້ນຖານເຕັກໂນໂລຊີຊີວະສາດບັນລຸລະດັບກ້າວໜ້າໃນໂລກ ຢູ່ບາງຂົງເຂດສຳຄັນ; ແມ່ນໜຶ່ງໃນ 10 ປະເທດແຖວໜ້າຢູ່ ອາຊີ ກ່ຽວກັບການຜະລິດ ແລະ ການບໍລິການອັດສະລິຍະເຕັກໂນໂລຊີຊີວະສາດ; ໄດ້ນຳໃຊ້ຢ່າງກວ້າງຂວາງໃນບັນດາຂະແໜງ, ຂົງເຂດ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ. ປີ 2045, ຫວຽດນາມ ຈະມີພື້ນຖານເຕັກໂນໂລຊີຊີວະສາດພັດທະນາຢູ່ໃນໂລກ, ເປັນສູນຜະລິດ ແລະ ການບໍລິການອັດສະລິຍະ; startup, ປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບເຕັກໂນໂລຊີຊີວະສາດນອນໃນກຸ່ມນຳໜ້າຢູ່ພາກພື້ນ ອາຊີ. ອຸດສາຫະກຳຊີວະສາດປະກອບເຂົ້າ GDP ແຕ່ 10-15%.

ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ກົມການເມືອງ ຮຽກຮ້ອງໃຫ້ບັນດາອົງການເປັນເອກະພາບຄວາມຮັບຮູ້ກ່ຽວກັບການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີຊີວະສາດໃນສະພາບການໃໝ່; ສ້າງລະບົບກົດໝາຍ, ກົນໄກພັດທະນາ ແລະ ນຳໃຊ້ໃຫ້ສົມບູນແບບ; ດຶງດູດວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ ຄົ້ນຄວ້າ, ນຳໃຊ້, ຜະລິດ.

 


top