ຂ່າວສານ

ຫວຽດນາມ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບ UNICEF ເພື່ອຊຸກຍູ້ ແລະ ປົກປ້ອງບັນດາສິດທິເດັກ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນບັນດາຜົນງານພົ້ນເດັ່ນເຊິ່ງ ຫວຽດນາມ ບັນລຸໄດ້ໃນ 1 ປີຜ່ານມາ, ນັບແຕ່ເມື່ອຄະນະບໍລິຫານງານຂອງ UNICEF ຮັບຮອງເອົາວາລະແຫ່ງຊາດຂອງ ຫວຽດນາມ.
  (ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ)  

ກອງປະຊຸມປະຈຳປີຂອງກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໄດ້ຖືກຈັດຂຶ້ນແຕ່ວັນທີ 07-10 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ແບ່ງປັນບັນດາຜົນງານພົ້ນເດັ່ນເຊິ່ງ ຫວຽດນາມ ບັນລຸໄດ້ໃນ 1 ປີຜ່ານມາ, ນັບແຕ່ເມື່ອຄະນະບໍລິຫານງານຂອງ UNICEF ຮັບຮອງເອົາວາລະແຫ່ງຊາດຂອງ ຫວຽດນາມ ໃນເດືອນ ກຸມພາ 2022. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ໃນສະພາບໂລກພວມປະເຊີນໜ້າກັບບັນດາວິກິດການຄືໃນປະຈຸບັນ, ສັນຕິພາບແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາ ແລະ ວັດທະນາຖາວອນຂອງປະຊາຊົນ, ໃນນັ້ນມີເດັກນ້ອຍ.

ທ່ານເອກອັກຄະລັດຖະທູດຖືວ່າ, UNICEF ຕ້ອງຮ່ວມມືກັບບັນດາອົງການອື່ນໃນລະບົບຂອງສະຫະປະຊາຊາດ ສູ້ຊົນໃຫ້ແກ່ເປົ້າໝາຍເດັກນ້ອຍລຸ້ນຕ່າງໆໃນອະນາຄົດ ໄດ້ດຳລົງຊີວິດໃນສັນຕິພາບ ແລະ ມີກາລະໂອກາດພັດທະນາ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢືນຢັນຄືນໃໝ່ວ່າ ຈະສືບຕໍ່ຮ່ວມມືກັບ UNICEF ຢ່າງແໜ້ນແຟ້ນເພື່ອຊຸກຍູ້ ແລະ ປົກປ້ອງບັນດາສິດທິເດັກ.

 


top