ຂ່າວສານ

ຫວຽດນາມ ສືບຕໍ່ສ້າງຄວາມປະທັບໃຈຕໍ່ໂລກ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ຕາມຂໍ້ມູນຂ່າວສານໃນຕອນເຊົ້າວັນທີ 14 ຕຸລາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ ໃຫ້ຮູ້ວ່າ: ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນ 24 ຊົ່ວໂມງຜ່ານມາ. 
            ສະນັ້ນ ໄດ້ຜ່ານ 42 ມື້ແລ້ວທີ່ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນຊຸມຊົນ ນັບແຕ່ເມື່ອຄວບຄຸມໄດ້ໂລກລະບາດໂຄວິດ-19 ທີ່ແຜ່ລະບາດຮອບທີ 2. ປະຈຸບັນ, ຫວຽດນາມ ພວມຈັດຕັ້ງການແຍກຕົວ, ຕ້ານພະຍາດໃຫ້ 13.800 ຄົນ. ຫວຽດນາມ ກໍ່ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ຫາຍດີ 1.025 ຄົນ. ນີ້ແມ່ນຜົນງານທີ່ເປັນໜ້າປະທັບໃຈສຳລັບປະຊາຄົມໂລກໃນສະພາບການທີ່ບັນດາປະເທດ ພວມກີ້ງເກືອກລີເລືອກັບການຄວບຄຸມໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບໂຄວິດ-19. ພາບ: VOV
      ພ້ອມກັບຫລາຍປະເທດໃນໂລກ, ນັບແຕ່ຕົ້ນປີ 2020, ຫວຽດນາມ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອສະກັດກັ້ນໂລກລະບາດໂຄວິດ-19 ແຜ່ລະບາດໃນຊຸມຊົນ. ຈິດໃຈການຊີ້ນຳຢ່າງແຮງ, ເດັດດ່ຽວຂ້ຽວຂາດຈາກຜູ້ນຳໜ້າລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໄດ້ແຜ່ຂະຫຍາຍ ແລະ ສະແດງໃຫ້ເຫັນໃນການເຄື່ອນໄຫວຂອງແຕ່ລະຂັ້ນ, ຂະແໜງການ ແລະ ປະຊາຊົນແຕ່ລະຄົນ ເພື່ອທັງຕ້ານໂລກລະບາດ, ທັງຮັບປະກັນບັນດາເປົ້າໝາຍການເຕີບໂຕກໍ່ຄືພັດທະນາເສດຖະກິດ - ສັງຄົມ; ຮັກສາສະຖຽນລະພາບຂອງແຕ່ລະທ້ອງຖິ່ນ. ບັນດາມາດຕະການ ເຊິ່ງລັດຖະບານ ຫວຽດນາມ ໄດ້ປະຕິບັດຢ່າງວ່ອງໄວ ແລະ ເຂັ້ມງວດນັ້ນ ລວມມີບັນດາໂຮງຮຽນໄດ້ໂຈະການຮຽນທັງໝົດ; ໂຈະບັນດາຖ້ຽວບິນທັງໝົດ; ບັງຄັບໃຫ້ແຍກຕົວເປັນເວລາ 14 ມື້ສຳລັບຜູ້ກັບມາຈາກຕ່າງປະເທດທັງໝົດ; ແຍກຕົວຜູ້ຕິດເຊື້ອ ແລະ ຕິດຕາມບັນດາກໍລະນີທີ່ມີການສຳຜັດກັບຜູ້ຕິດເຊື້ອທັງໝົດ.
        ໃຫ້ຂໍ້ສັງເກດກ່ຽວກັບວຽກງານຕ້ານໂລກລະບາດຢູ່ ຫວຽດນາມ, ສຳນັກຂ່າວສານ EFE (ແອັດສະປາຍ) ຖືວ່າ: ດ້ວຍບັນດາແຫຼ່ງກຳລັງທີ່ຖືກຈຳກັດ, ຫວຽດນາມ ໄດ້ຊອກຫາວິທີສະກັດກັ້ນໂລກລະບາດໂຄວິດ-19 ດ້ວຍວິທີຜັນຂະຫຍາຍບັນດາມາດຕະການປ້ອງກັນຄື ແຍກຕົວໃນພາບດຽວ ແລະ ຕິດຕາມອາການຂອງຜູ້ຖືກສົງໄສຕິດເຊື້ອຢ່າງເຖິງຖອງ.
        ໜັງສືພິມອາເມລິກາຄື: The New York Times, U.S News & World Report ກໍ່ໄດ້ລົງຂ່າວ, ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາມາດຕະການຂອງ ຫວຽດນາມ ທີ່ແນໃສ່ສະກັດກັ້ນໂລກລະບາດໂຄວິດ-19 ຄືຢຸດການອອກວິີຊາໃຫ້ພົນລະເມືອງບາງປະເທດໂດຍໄວ, ໂຈະການຮຽນ, ປິດໂຮງຮູບເງົາ, ສະໂມສອນ, ຮ້ານ bar, ຮ້ານ massage, ຮ້ານ karaoke, ຮ້ານເກມທີ່ຢູ່ໃນເຂດຕົວເມືອງທັງໝົດ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ມານະພະຍາຍາມຕ້ານໂລກລະບາດໃນທຸກແນວຮົບ.
        ເວັບໄຊ Asia Times ໄດ້ຄັດສະເໜີບົດວິເຄາະໄຈ້ແຍກຂອງນັກຂ່າວ David Hutts ທີ່ໃຫ້ຂໍ້ສັງເກດວ່າ ພັກກອມມູນິດ ຫວຽດນາມ ໄດ້ຮັບການຍ້ອງຍໍສັນລະເສີນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ເມື່ອມີບັນດານະໂຍບາຍຊີ້ຂາດຢ່າງວ່ອງໄວ, ມີປະສິດທິຜົນ ແລະ ກະຈ່າງແຈ້ງ ເພື່ອຄວບຄຸມໂລກລະບາດໂຄວິດ-19. ບັນດາມາດຕະການເດັດດ່ຽວຂ້ຽວຂາດຂອງ ຫວຽດນາມ ໄດ້ສົ່ງສານດ້ວຍຄວາມຕັດສິນໃຈສູງ ເປັນຈິດໜຶ່ງໃຈດຽວຂອງທົ່ວປະເທດ.
        ໂດຍຄັດສະເໜີຄຳເວົ້າຂອງທ່ານສາດສະດາຈານ Carl Thayer, ເວັບໄຊ Asia Times ເນັ້ນໜັກວ່າ, ການນຳ ຫວຽດນາມ “ໄດ້ເປັນເຈົ້າການໃນການກະທຳ” ດ້ວຍເລື່ອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ສ້າງຕັ້ງຄະນະສະເພາະກິດ ເພື່ອຕິດຕາມສະພາບການທຸກຂັ້ນ ລວມມີຂັ້ນລະດັບຊາດ, ຂັ້ນແຂວງ ແລະ ທ້ອງຖິ່ນ; ລັດຖະບານ ຫວຽດນາມ ໄດ້ຜັນຂະຫຍາຍບັ້ນໂຄສະນາ ເພືຶຶ່ອແນໃສ່ບອກເຕືອນປະຊາຊົນກ່ຽວກັບສິ່ງໃດ ທີ່ເຂົາເຈົ້າຄວນປະຕິບັດ ແນໃສ່ຫລຸດຜ່ອນຄວາມໄວການແຜ່ລາມຂອງໂຄວິດ-19.

ຄວາມມານະພະຍາຍາມຂອງລັດຖະບານ ເພື່ອຕ້ານໂຄວິດ-19 ໄດ້ຮັບການສະໜັບສະໜູນຈາກປະຊາຊົນ
             ສຳນັກຂ່າວສານ Bloomberg ພັດໃສ່ໃຈເປັນພິເສດເຖິງມາດຕະການເປີດກ້ວາງຮາກຖານການແຍກຕົວທີ່ສະຫງວນໃຫ້ແກ່ຄົນ ຫວຽດນາມ ກັບມາຈາກປະເທດອື່ນ. ຕາມນັ້ນແລ້ວ, ກອງທັບ ຫວຽດນາມ ໄດ້ສະຫງວນບັນດາຮາກຖານທີ່ສາມາດປິ່ນປົວໃຫ້ 60.000 ຄົນ ເພື່ອຮັບໃຊ້ມາດຕະການແຍກຕົວ, ແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ.
        ວາລະສານ Financial Times (ອັງກິດ) ກໍ່ມີບົດຂຽນໂດຍໃຫ້ຮູ້ວ່າ: ວິທີຮັບມືກັບໂລກລະບາດຂອງ ຫວຽດນາມ ເປັນໜ້າປະທັບໃຈທີ່ສຸດ. ຜົນສຳເລັດຂອງ ຫວຽດນາມ ໃນການຄວບຄຸມໂຄວິດ-19 ສ່ວນໜຶ່ງແມ່ນອີງໃສ່ຈາກການລະດົມກຳລັງກອງທັບ, ສາທາລະນະສຸກ, ການຕິດຕາມກວດກາ ແລະ ເຄືອຂ່າຍສະໜອງຂໍ້ມູນຂ່າວສານແຫ່ງຊາດ. ສື່ມວນຊົນ ຫວຽດນາມ ໄດ້ອອກຂ່າວຢ່າງຕໍ່ເນື່ອງ ກ່ຽວກັບການເປີດເຜີຍໂລກລະບາດຂອງບັນດາເຈົ້າໜ້າທີ່ສະເພາະກິດ. ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົ່ງຂໍ້ຄວາມກ່ຽວກັບຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19 ແລະ ແນະນຳວິທີຮັກສາສຸຂະພາບເປັນປະຈຳໃຫ້ປະຊາຊົນ.
        Financial Times ກໍ່ຢ້ຳຄືນການສຳຫລວດໃນໄລຍະມໍ່ໆມານີ້ ຂອງບໍລິສັດຄົ້ນຄວ້າສຶກສາຕະຫລາດ Nielsen Vietnam ທີ່ສະແດງໃຫ້ເຫັນວ່າ ສ່ວນຫລາຍຜູ້ຖືກຖາມລ້ວນແຕ່ມີ “ສະຕິຄວາມຮັບຮູ້ສູງ” ກ່ຽວກັບອາການຂອງໂຄວິດ-19. “ຄວາມມານະພະຍາຍາມຂອງລັດຖະບານ ເພື່ອຕ້ານໂຄວິດ-19 ໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານບັນດາບົດຂຽນທາງສື່ສັງຄົມອອນລາຍ ແນໃສ່ປຸກລະດົມບັນດາພາລະກອນການແພດ ຫຼື ແບ່ງປັນສານໂຄສະນາ: ຢູ່ເຮືອນແມ່ນຮັກຊາດ”.
        ຫວຽດນາມ ແມ່ນປະເທດພວມພັດທະນາ ດ້ວຍປະຊາກອນກ່ວາ 97 ລ້ານຄົນ, ຫລຸດພົ້ນອອກຈາກສົງຄາມຫາກໍ່ໄດ້ເກືອບ 50 ປີ, ພວມດຳເນີນບັນດາມາດຕະການງ່າຍດາຍແຕ່ເຖິງຖອງທີ່ສຸດ ເພືຶ່ອແນໃສ່ຄວບຄຸມການແຜ່ລະບາດຂອງໄວຣັດ SARS-COV-2 ແລະ ມາຮອດປະຈຸບັນ ສາມາດຄວບຄຸມໂລກລະບາດໄດ້ແລ້ວ. ຕາມບັນດາສຳນັກຂ່າວສານສາກົນແລ້ວ, ຫວຽດນາມ ພວມໂດດເດັ່ນ ແລະ ກາຍເປັນ “ແບບຢ່າງ” ໃຫ້ຫລາຍປະເທດອື່ນ ກ່ຽວກັບວິທີຕ້ານໂລກລະບາດ ທີ່ບັນລຸປະສິດທິຜົນຢ່າງສູງສຸດ ດ້ວຍຄ່າໃຊ້ຈ່າຍຕ່ຳສຸດ./.
(ແຫຼ່ງຄັດຈາກ VOV)


top