ຂ່າວສານ

ຫວຽດນາມ ສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຝ່າຍ, ຫຼາຍຮູບຫຼາຍແບບ, ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສປຊ, ເຄົາລົບກົດໝາຍສາກົນ...
  ທ່ານ ຮອງເລຂາທິການໃຫຍ່ ສປຊ Jean-Pierre Lacroix ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ  

ຕອນບ່າຍວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາການເຄື່ອນໄຫວຮັກສາສັນຕິພາບ ເນືື່ອງໃນໂອກາດການ ທ່ານ Lacroix ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບ “ແມ່ຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ - ຄວາມກ້າວໜ້າເພື່ອສັນຕິພາບຂອງມວນມະນຸດ: ກຳລັງແຮງຂອງການຮ່ວມມື”.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫລາຍຝ່າຍ, ຫຼາຍຮູບຫຼາຍແບບ, ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ບົດບາດໃຈກາງຂອງ ສປຊ, ເຄົາລົບກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ; ຫວຽດນາມ ກຽມພ້ອມເພີ່ມທະວີການປະກອບສ່ວນຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃນໄລຍະຜ່ານມາ. ຫວຽດນາມ ຍາມໃດກໍ່ມະນາພະຍາຍາມຊຸກຍູ້ເພື່ອການເຄື່ອນໄຫວຮັກສາສັນຕິພາບ ສປຊ ເຊື່ອມຕໍ່ກັບປະຊາຄົມທ້ອງຖິ່ນ, ສ້າງຄວາມໄວ້ເນື້ອເຊື່່ອໃຈ, ການສະໜັບສະໜູນຂອງປະຊາຊົນເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນຂອງການເຄື່ອນໄຫວຮັກສາສັນຕິພາບ.

ສ່ວນ ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ ສປຊ ສະແດງຄວາມປະທັບໃຈຕໍ່ບັນດາການປະກອບສ່ວນສຳຄັນຂອງ ຫວຽດນາມ ສຳລັບວຽກງານຂອງສະພາຄວາມໝັ້ນຄົງ ສປຊ ໃນໄລຍະ 2020 – 2021 ແລະ ສປຊ, ພິເສດແມ່ນໃນການຊຸກຍູ້ໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ. ທ່ານຮອງເລຂາທິການໃຫຍ່ ສປຊ ຫວັງວ່າ ຫວຽດນາມ ຈະເພີ່ມທະວີການປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ; ຢັ້ງຢືນວ່າຈະສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງກຳລັງຄວາມສາມາດ, ກະກຽມກຳລັງເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ, ນັບທັງໃນຂົງເຂດຫັນເປັນດີຈີຕອນ.


top