ຫວຽດນາມ ບັນລຸຜົນສຳເລັດໃນ ຖານະຕຳແໜ່ງຄວບຄູ່, ທັງແມ່ນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.
ວັນທີ 15 ມັງກອນ, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ມີການພົບປະປະຈຳປີກັບສື່ມວນຊົນ, ຜູ້ຕາງໜ້າບັນດາອົງການຕາງໜ້າຕ່າງປະເທດປະຈຳຫວຽດນາມ, ເນື່ອງໃນໂອກາດບຸນປີໃໝ່ 2021.
ກ່າວຄຳເຫັນທີ່ການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ໄດ້ທົບທວນຄືນບັນດາຜົນງານທາງດ້ານການເມືອງ, ເສດຖະກິດ, ສັງຄົມສຳຄັນຂອງຫວຽດນາມ ໃນປີ 2020. ກ່ຽວກັບການພົວພັນຕ່າງປະເທດ, ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ບັນລຸຜົນສຳເລັດໃນ ຖານະຕຳແໜ່ງຄວບຄູ່, ທັງແມ່ນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ; ການທູດ 2 ຝ່າຍ ແລະ ຫຼາຍຝ່າຍສືບຕໍ່ໄດ້ຮັບການເພີ່ມທະວີ ແບບໂດຍກົງ ແລະ ຜ່ານທາງອອນລາຍ; ຍູ້ແຮງການຮ່ວມສຳພັນເສດຖະກິດສາກົນຜ່ານການສ້າງສຳເລັດ ແລະ ປະຕິບັດບັນດາສັນຍາ FTA ສອງຝ່າຍ ແລະ ຫຼາຍຝ່າຍສຳຄັນຄື: EVFTA, FTA ຫວຽດນາມ - ອັງກິດ ແລະ RCEP…
(ແຫຼ່ງຄັດຈາກ VOV)