ເຫດການ ແລະ ບັນຫາ

ຫວຽດນາມ ສືບຕໍ່ ຢືນຢັນບົດບາດ ຂອງຕົນ ຜ່ານກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື ສປ ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສ ອາເມລິກາ, ອົດສະຕຣາລີ ແລະ ລັດເຊຍ; ກອງປະຊຸມສຸດຍອດ ອາຊຽນ+3 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ດ້ວຍຮູບແບບທາງໄກ ຊຶ່ງສະແດງໃຫ້ເຫັນວ່າ ຫວຽດນາມ ຍາມໃດກໍ່ ພະຍາຍາມ ຮ່ວມກັບ ອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອຜ່ານຜ່າ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ.
ເນື່ອງໃນໂອກາດນີ້, ມີກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ຂອງ ບັນ ດາ ປະເທດ ໃນອະນຸພາກພື້ນ ອາຊຽນ ກໍໄດ້ຖືກຈັດຂຶ້ນ.  ນີ້ແມ່ນການເຄື່ອນໄຫວສຳຄັນທີ່ສຸດ ໃນປີ ຂອງ ອາຊຽນ, ທັງແມ່ນໂອກາດ ທຳອິດໃນປີ 2021 ເພື່ອໃຫ້ ຜູ້ນຳບັນດາປະເທດ ອາຊຽນ ທຳການ ແລກປ່ຽນ ແລະ ວາງທິດທາງການຊີ້ນຳ ວ່າດ້ວຍນະໂຍບາຍ ພ້ອມທັງ ຕັດສິນບັນຫາສຳຄັນໆ ທີ່ກ່ຽວຂ້ອງ ເຖິງການປະຕິບັດບັນດາເປົ້າໝາຍ ຂອງ ສະມາຄົມ.

ທີ່ກອງປະຊຸມ, ອາຊຽນ ໄດ້ອອກຖະແຫຼງການ ຂອງ ບັນດາ ຜູ້ ນຳອາຊຽນ ວ່າດ້ວຍການຍຶດຖືຫລັກການ ຮ່ວມມືຫລາຍຝ່າຍ, ຖະແຫຼງການຂອງຜູ້ນຳ ອາຊຽນ ວ່າດ້ວຍເສດຖະກິດທະເລສີ ຟ້າ,  ຖະແຫຼງການ ຂອງ ອາຊຽນ ສົ່ງໃຫ້ກອງປະຊຸມຂອງ ພາຄີ ອານຸສັນຍາ ຂອງ ອົງການສະຫະປະຊາຊາດ ກ່ຽວກັບການ ປ່ຽນ ແປງຂອງດິນຟ້າອາກາດ ຄັ້ງທີ 26 (COP 26)... 
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະ ຊຸມສຸດຍອດ ທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນໃນສະຖານະການ ໂລກ ແລະ ພາກພື້ນ ສືບຕໍ່ມີການປ່ຽນແປງຢ່າງວ່ອງໄວ ແລະ ຍາກຈະ ຄາດຄະເນລ່ວງໜ້າ. ການແຜ່ລະບາດ ຂອງ ພະຍາດໂຄວິດ-19 ຫຼາຍຄັ້ງ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການຟື້ນຟູ ແລະ ພັດທະນາເສດຖະກິດ ຂອງບັນດາປະເທດໃນພາກພື້ນ. ເຖິງວ່າເສດຖະກິດ ອາຊຽນ ຍັງຄົງຮັກສາຄວາມຫວັງ ໃນການຟື້ນຕົວ ກໍ່ຕາມ, ແຕ່ຍັງບໍ່ແນ່ນອນ ແລະ ບໍ່ສະເໝີພາບ. ເພາະສະນັ້ນ, ບົນຈິດໃຈ “ພວກເຮົາເອົາໃຈໃສ່, ພວກເຮົາກະກຽມ, ພວກເຮົາຈະເລີນ ຮຸ່ງເຮືອງ” ຂອງປີ ອາຊຽນ 2021, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ແມ່ນໂອກາດເພື່ອໃຫ້ ອາຊຽນ ສືບຕໍ່ສຸມໃສ່ຊຸກຍູ້ ບັນດາເນື້ອໃນບຸລິມະສິດ ກ່ຽວກັບການສ້າງປະຊາຄົມ.


ຕອນເຊົ້າວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ຕາມຮູບແບບທາງໄກ.
ໃນພາບ: ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ຈາກຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ:ເຢືອງຢາງ/VNA



ບັນດາສະມາຊິກ ຄະນະຜູ້ແທນ ຫວຽດນາມ ທີ່ເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 38 ຈາກຮ່າໂນ້ຍ ຕາມຮູບແບບ ທາງໄກ. ພາບ: ເຢືອງຢາງ/VNA


ຕອນທ່ຽງ ວັນທີ 26 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດຍອດ ອາຊຽນ- ສ ເກົາຫຼີ ຄັ້ງທີ 22 ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA


ບັນຍາກາດກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫຼີ ຄັ້ງທີ 22 ຈາກ ຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA


ຕອນບ່າຍວັນທີ 26 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດ ຍອດ ອາຊຽນ - ສປ ຈີນ ຄັ້ງທີ 24 ຕາມຮູບແບບທາງໄກ.
ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສ. ພາບ: ເຢືອງຢາງ/VNA


ຕອນຄ່ຳວັນທີ 26 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດ ຍອດ ອາຊຽນ - ສ ອາເມລິກາ ຄັ້ງທີ 9 ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA

ກ່ຽວກັບບັນຫາທະເລຕາເວັນອອກ, ການນຳຂອງບັນດາປະເທດ ໄດ້ຖື ສຳຄັນຄວາມຮັບຜິດຊອບ, ເຄົາລົບຫຼັກການກົດໝາຍສູງ ສຸດ, ແກ້ໄຂຂໍ້ຂັດແຍ້ງ ໂດຍສັນຕິວິທີ, ປະຕິບັດຖະແຫຼງການວ່າ ດ້ວຍການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງປະມວນ ກົດລະບຽບ ການປະພຶດ ຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍ ທາງທະເລ ເມື່ອປີ 1982 (UNCLOS).
ນີ້ກໍ່ແມ່ນໂອກາດເພື່ອໃຫ້ ອາຊຽນ ເປັນເອກະພາບ, ແບ່ງປັນບັນດາມາດຕະການ ຄວບຄຸມພະຍາດ, ປັບປຸງຄວາມສາມາດດ້ານສາທາ ລະນະສຸກ, ຊຸກຍູ້ການເຂົ້າເຖິງ ແຫຼ່ງ ວັກຊີນ ປ້ອງກັນ ໂຄວິດ-19 ຢ່າງຄົບຖ້ວນ ແລະ ທັນການ, ພ້ອມທັງຮັກສາຕ່ອງໂສ້ ການສະ   ໜອງ ແລະ ໜູນຊ່ວຍວິສາຫະກິດ ຫັນປ່ຽນການຜະລິດ ແລະ ການຫັນປ່ຽນ ດີຈີຕອນ ເພື່ອປັບຕົວກັບເງື່ອນໄຂໃໝ່. ຄຽງຄູ່ກັນນັ້ນ ແມ່ນການປັບປຸງ ແລະ ເສີມຂະຫຍາຍບົດບາດເປັນໃຈກາງ ຂອງ ອາຊຽນ ໃນສະພາບ ຄູ່ຮ່ວມມືຫຼາຍຝ່າຍ ສະແດງຄວາມປາດຖະ ໜາ ເພີ່ມທະວີ ການຮ່ວມມື ກັບສະມາຄົມ; ຊຸກຍູ້ບັນດາຄູ່ຮ່ວມມືຊ່ວຍໜູນ ອາຊຽນ ໃນການຄວບຄຸມ ແລະ ຮັບມືການແຜ່ລະບາດ ຂອງ ພະຍາດໂຄວິດ-19, ຮ່ວມມືແກ້ໄຂບັນດາສິ່ງທ້າທາຍ ລວມ; ຮັກສາຈຸດຢືນ ຂອງ ອາຊຽນ ກ່ຽວກັບ ບັນຫາສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ ແລະ ສະຖານະການຢູ່ມຽນມາ.

ເສີມຂະຫຍາຍໝາກຜົນອັນດີງາມ ຂອງ ອາຍຸການເປັນປະທານ ອາຊຽນ 2020, ໃນໄລຍະຜ່ານມາ, ຫວຽດນາມ ສືບຕໍ່ເຂົ້າຮ່ວມ ຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ປະກອບສ່ວນຢ່າງມີຄວາມຮັບ ຜິດຊອບ ເຂົ້າໃນວຽກງານລວມຂອງ ອາຊຽນ, ຮ່ວມກັບ ອາຊຽນ ຮັກສາບົດບາດເປັນໃຈກາງ, ທີ່ຕັ້ງ ຂອງສະມາຄົມ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງເໝາະສົມ. ຫວຽດນາມ ໄດ້ສົມທົບ ກັບປະ ເທດ ບຣູໄນ ປະທານ ອາຊຽນ ຊຸກຍູ້ ບັນດາບຸລິມະສິດ ຂອງ ປີ ອາ ຊຽນ 2020 ໃຫ້ສອດຄ່ອງ ກັບບັນດາບຸລິມະສິດ ຂອງປີ ອາຊຽນ 2021, ພິເສດແມ່ນ ຮັບມືກັບການແຜ່ລະບາດໂຄວິດ-19, ຕີລາຄາ ການປະຕິບັດກົດບັດ ອາຊຽນ, ສ້າງວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025, ເສີມຂະຫຍາຍບົດບາດຂອງ ອາຊຽນ ໃນການຮ່ວມມືອະນຸພາກພື້ນ.


ຕອນເຊົ້າວັນທີ 27 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດ ຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 24 ຕາມຮູບແບບທາງໄກ.
ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກ່າວປາໄສ ທີ່ ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 24. ພາບ: ເຢືອງຢາງ/VNA



ຕອນເຊົ້າວັນທີ 27 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດ ຍອດອາຊຽນ - ອົດສະຕຣາລີ ປະຈຳປີ ຄັ້ງທຳອິດ ຕາມຮູບແບບທາງໄກ. 
ພາບ: ເຢືອງຢາງ/VNA



ຕອນບ່າຍວັນທີ 27 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດ ຍອດ ອາຊຽນ +3 (ສປ ຈີນ, ຍີ່ປຸ່ນ, ສ ເກົາຫຼີ) ຄັ້ງທີ 24 ຕາມຮູບແບບທາງໄກ.
ພາບ: ເຢືອງຢາງ/VNA



ຕອນຄ່ຳວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ທີ່ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 16 (EAS) ຕາມຮູບແບບທາງໄກ.
ພາບ: ເຢືອງຢາງ/VNA


ຜູ້ນຳບັນດາປະເທດ ອາຊຽນ ແລະ ອິນເດຍ ໄດ້ເຂົ້າຮ່ວມກອງປະຊຸມຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA
 



ຕອນບ່າຍວັນທີ 28 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສ ລັດເຊຍ ຄັ້ງທີ 4, ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ສາຍພົວພັນສົນທະນາ
ອາຊຽນ - ລັດເຊຍ ຕາມຮູບແບບທາງໄກ. ໃນ ພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແລະ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ
ອາຊຽນ - ສ ລັດເຊຍ ຄັ້ງທີ 4 ຈາກ ຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA



ຕອນບ່າຍວັນທີ 28 ຕຸລາ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ 
ກັບບັນດາຄູ່ຮ່ວມມື; ພິທີມອບຕຳແໜ່ງ ປະທານ ອາຊຽນ ໃຫ້ແກ່ ລາຊະອານາຈັກ ກຳປູເຈຍ ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA


ຕອນຄ່ຳວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ເອກອັກຄະລັດຖະທູດ, ອຸປະທູດ ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືເຂົ້າຮ່ວມ
ກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 16 (EAS). ພາບ: ເຢືອງຢາງ/VNA



ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຕ້ອນຮັບ ເອກອັກຄະລັດຖະທູດ, ອຸປະທູດດາປະເທດ ອາຊຽນ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 16. ພາບ: ເຢືອງຢາງ/VNA


ບັນຍາກາດກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 18 ຈາກ ຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA


ບັນດາສະມາຊິກຄະນະຜູ້ແທນ ຫວຽດນາມ ທີ່ເຂົ້າຮ່ວມກອງປະ ຊຸມສຸດຍອດ ອາຊີຕາເວັນອອກ ຈາກ ຮ່າໂນ້ຍ ຕາມຮູບແບບທາງໄກ. ພາບ: ເຢືອງຢາງ/VNA

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ການເຄື່ອນໄຫວຕົ້ນຕໍ 14/17 ຄັ້ງ ຊຶ່ງ ລວມມີ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39; ກອງປະຊຸມສຸດຍອດ ອາຊຽນ ກັບຄູ່ຮ່ວມມື ສ ເກົາຫຼີ, ສປ ຈີນ, ສ ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ, ອິນເດຍ, ລັດເຊຍ, ອາຊຽນ+3 ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 16.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ແມ່ນການເຄື່ອນໄຫວ ວຽກງານການຕ່າງປະເທດ ຫຼາຍຝ່າຍ ຢ່າງເປັນທາງການ ໃຫຍ່ສຸດ ໃນປີ 2021 ທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມ. ນີ້ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ສືບຕໍ່ຢືນຢັນ ແນວທາງການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາກຫຼາຍ, ຫັນເປັນຫຼາຍທິດ, ເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານ ແລະ ກວ້າງຂວາງ. ດ້ວຍແຜນນະໂຍບາຍ “ປະກອບສ່ວນ ຢ່າງເປັນ ເຈົ້າການ, ພຶດຕິກໍາຢ່າງຕັ້ງໜ້າ ແລະ ແບ່ງປັນຄວາມຮັບຜິດຊອບ” ໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ຄັ້ງນີ້, ຫວຽດນາມ ໄດ້ປະກອບສ່ວນ, ຂໍ້ລິເລີ່ມທີ່ສໍາຄັນ, ສອດຄ່ອງ ກັບຈິດໃຈລວມ ແລະ ການ ສະແດງອອກ ຄວາມປາຖະໜາຂອງ ຫວຽດນາມ, ນັ້ນແມ່ນ: ອອກແຮງ ພະຍາຍາມ ພ້ອມກັບ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາຄວາມສາມັກຄີ ແລະ ເປັນເອກະພາບ ພາຍໃນກຸ່ມ, ຊຸກຍູ້ການເຊື່ອມໂຍງພາກພື້ນ, ສືບຕໍ່ຍູ້ທ່າແຮງການສ້າງປະຊາຄົມ, ຮັບມືກັບສິ່ງທ້າທາຍ ທີ່ກຳລັງພົ້ນເດັ່ນ, ປັບປຸງ ບົດບາດ ເປັນໃຈກາງ ແລະ ທີ່ຕັ້ງສາກົນ ຂອງ ສະມາຄົມ.

ປະຕິບັດໂດຍ: VNA/VNP - ແປໂດຍ: ບິກລຽນ

top