ຂ່າວສານ

ຫວຽດນາມ-ສິງກະໂປ ມຸ່ງໄປເຖິງການປະຕິບັດໜ້າທີ່ຄວບຄູ່ກ່ຽວກັບການຕ້ານໂລກລະບາດ ແລະ ຟື້ນຟູແບບຍືນຍົງ

ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງ.


ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ

(ພາບ: ກະຊວງການຕ່າງປະເທດ)


ວັນທີ 15 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ແລະ ທ່ານເລຂາຜູ້ປະຈຳການກະຊວງການຕ່າງປະເທດສິງກະໂປ Chee Wee Kiong ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 13 ລະຫວ່າງ 2 ປະເທດທາງອອນລາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງ, ມຸ່ງໄປເຖິງການປະຕິບັດໜ້າທີ່ຄວບຄູ່ກ່ຽວກັບການຄວບຄຸມໂລກລະບາດ ແລະ ຟື້ນຟູເສດຖະກິດແບບຍືນຍົງ; ທ່ານກໍ່ສະເໜີໃຫ້ສິງກະໂປ ເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

        2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ, ໃນປີ 2021 ອາຊຽນ ຈະສືບຕໍ່ຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງ, ຮັກສາທ່າກໍ່ສ້າງປະຊາຄົມອາຊຽນ, ຜັນຂະຫຍາຍບັນດາແຜນການ ແລະ ຂໍ້ລິເລີ່ມທີ່ໄດ້ຕົກລົງກັນ, ຮ່ວມມືກັນຮັບມືກັບໂລກລະບາດໂຄວິດ-19 ແລະ ຟື້ນຟູການພັດທະນາ… 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982); ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ ແລະ ການເຈລະຈາລະຫວ່າງອາຊຽນ ແລະ ຈີນ ເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)


top