ນີ້ແມ່ນໝາກຜົນຂອງການພົບປະເຈລະຈາໃນຕອນເຊົ້າວັນທີ 12 ມີນາ ລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong
(ທ່ານເລຂາທິການໃຫຍ່ ໂຕເລິມ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong)
ຫວຽດນາມ - ສິງກະໂປ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາໃນຕອນເຊົ້າວັນທີ 12 ມີນາ ລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ.
ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນເອກະພາບຍົກອອກບັນດາທິດທາງໃຫຍ່ ແລະ ມອບໃຫ້ບັນດາອົງການ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ນຳການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ; ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ… ເລິກເຊິ່ງຂຶ້ນຕື່ມ. ກ່ຽວກັບບັນດາບັນຫາພາກພື້ນ, 2 ປະເທດເຫັນດີເພີ່ມທະວີຄວາມສາມັກຄີໃນ ອາຊຽນ.
ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບໃນຂົງເຂດ ການຄ້າໄຟຟ້າແຮງລົມ, ການຫັນເປັນດີຈີຕອນ, ປ່ຽນແປງໃໝ່ດ້ານການເງິນ…
ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີເປັນຢ່າງສູງກ່ຽວກັບທິດທາງຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ບົນພື້ນຖານ 6 ເສົາຄ້ຳ.
“ທີ 1 ແມ່ນ, ຍູ້ແຮງການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງໂລກ. ທີ 2 ແມ່ນ, ເຮັດໃຫ້ການຮ່ວມມືດ້ານເສດຖະກິດໃຫ້ເລິກເຊິ່ງກວ່າ ພິເສດແມ່ນການຜັນຂະຫຍາຍສັນຍາແມ່ກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ຫວຽດນາມ - ສິງກະໂປ ໃຫ້ມີປະສິດທິຜົນ. ທີ 3 ແມ່ນ, ເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ການເຕີບໂຕສີຂຽວ, ເສີມຂະຫຍາຍປະສິດທິຜົນການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນ (ລົງນາມໃນປີ 2023). ທີ 4 ແມ່ນ, ສ້າງກຳລັງຄວາມສາມາດ ແລະ ເຊື່ອມຕໍ່ມະນຸດດ້ວຍກັນ ຜ່ານການເພີ່ມທະວີການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ. ທີ 5 ແມ່ນ, ເພີ່ມທະວີການຮ່ວມມືໃນຂົງເຂດດີຈີຕອນ ແລະ ເຕັກໂນໂລຊີຫາກໍ່ພົ້ນເດັນ ແລະ ທີ 6 ແມ່ນ, ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ”.
ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຢືນຢັນຄືນໃໝ່ວ່າ 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ.
ວົງເງິນການຄ້າ 2 ສົ້ນ ຫວຽດນາມ - ສິງກະໂປ ບັນລຸ 9 ຕື້ USD ໃນປີ 2024. ປະຈຸບັນ, ສິງກະໂປ ແມ່ນຄູ່ຮ່ວມມືລົງທຶນໃຫຍ່ຢືນອັນດັບທີ 2 ຢູ່ ຫວຽດນາມ, ດ້ວຍຍອດເງິນລົງທຶນສະສົມລືນຕົວເລກ 80 ຕື້ USD, ໃນນັ້ນ, ບັນດາເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ໄດ້ຮັບການຕີລາຄາວ່າແມ່ນສັນຍາລັກຂອງການຮ່ວມມືບັນລຸຜົນສຳເລັດ.