ຂ່າວສານ

ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອໂຄວິດ - 19 ຫາຍດີ ຈຳນວນ 1010 ໃນຈຳນວນ 1094 ຄົນ

      ນັບແຕ່ເວລາ 18 ໂມງຂອງວັນທີ 29 ກັນຍາ ຫາເວລາ 6 ໂມງຂອງວັນທີ 30 ກັນຍາ, ຫວຽດນາມ ຢັ້ງຢືນບໍ່ມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ.

ພົນລະເມືອງຫວຽດນາມ ປະຕິບັດສຳເລັດການແຍກຕົວ (ພາບ: TTXVN)
      ໄລ່ຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 1094 ຄົນ ແລະ ເປັນມື້ທີ 28 ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃນຊຸມຊົນ.
        ໃນຈຳນວນຄົນເຈັບທີ່ພວມສືບຕໍ່ປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆນັ້ນ, ປັດຈຸບັນ ມີ 4 ຄົນ ມີຜົນກວດເປັນລົບກັບໄວຣັດ SARS – CoV - 2 ແຕ່ 1 ຫາ 3 ເທື່ອ. ໄລ່ຮອດຈຸດເວລານີ້, ຫວຽດນາມ ບໍ່ມີກໍລະນີເຈັບໜັກ ແລະ ມີຜູ້ຕິດເຊື້ອ ໂຄວິດ- 19 ຈຳນວນ 1010 ຄົນ ໃນຈຳນວນ 1094 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ປັດຈຸບັນ, ບັນດາສະຖານທີ່ເກີດການລະບາດ ລ້ວນແຕ່ໄດ້ຮັບການຄວບຄຸມໂດຍພື້ນຖານ.
(ແຫຼ່ງຄັດຈາກ VOV)


top