ຂ່າວສານ

ຫວຽດນາມ ສາມາດຕ້ອນຮັບແຂກທ່ອງທ່ຽວສາກົນແຕ່ 6 – 8 ລ້ານເທື່ອຄົນ ຖ້າຫາກເປີດປະຕູໃນໄຕມາດ 3/2020

      ກອງປະຊຸມໂອ້ລົມສົນທະນາ ແມ່ນບ່ອນເພື່ອໃຫ້ບັນດານັກຊ່ຽວຊານ, ວິສາຫະກິດທ່ອງທ່ຽວ ໄດ້ແລກປ່ຽນກ່ຽວກັບຄວາມຫຍຸ້ງຍາກ ແລະ ວິທີການແກ້ໄຂເພື່ອໃຫ້ລາຍການກະຕຸ້ນການທ່ອງທ່ຽວຂອງຫວຽດນາມ ບັນລຸປະສິດທິຜົນ.

ສະຖານທີ່ທ່ອງທ່ຽວຢູ່ ຈາງອານ, ນິງບິງ (ພາບ: TTXVN)
              “ຈຸດເວລາດີທີ່ສຸດເພື່ອກະຕຸ້ນການທ່ອງທ່ຽວ ພາຍຫຼັງ ໂລກລະບາດໂຄວິດ - 19” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາທາງອອນລາຍ ຢູ່ຮ່າໂນ້ຍ ໃນວັນທີ 10 ມິຖຸນາ ໂດຍໜັງສືພິມຕ່ຽນຟອງ ສົມທົບກັບກົມໃຫຍ່ການທ່ອງທ່ຽວ (ສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ຈັດຕັ້ງຂຶ້ນ. ກອງປະຊຸມໂອ້ລົມສົນທະນາ ແມ່ນບ່ອນເພື່ອໃຫ້ບັນດານັກຊ່ຽວຊານ, ວິສາຫະກິດທ່ອງທ່ຽວ ໄດ້ແລກປ່ຽນກ່ຽວກັບຄວາມຫຍຸ້ງຍາກ ແລະ ວິທີການແກ້ໄຂເພື່ອໃຫ້ລາຍການກະຕຸ້ນການທ່ອງທ່ຽວຂອງຫວຽດນາມ ບັນລຸປະສິດທິຜົນ.
        ຕາມການຄາດຄະເນແລ້ວ, ຖ້າຫາກຄວບຄຸມໂລກລະບາດໄດ້ດີຄືໃນປັດຈຸບັນ, ຈຳນວນແຂກທ່ອງທ່ຽວພາຍໃນປະເທດໃນປີ 2020 ອາດຈະບັນລຸປະມານ 60 – 65 ລ້ານເທື່ອຄົນ. ສຳລັບແຂກທ່ອງທ່ຽວຕ່າງປະເທດ, ຖ້າຫາກສາມາດເປີດປະຕູຕ້ອນຮັບແຂກທ່ອງທ່ຽວນັບແຕ່ໄຕມາດທີ 3/2020ນັ້ນ ຈຳນວນແຂກທ່ອງທ່ຽວອາດຈະບັນລຸແຕ່ 6 – 8 ລ້ານເທື່ອຄົນ. ຖ້າຫາກໃນໄຕມາດ 4/2020 ແມ່ນຈະບັນລຸພຽງແຕ່ 4,5 – 5 ລ້ານເທື່ອຄົນ ເທົ່ານັ້ນ.
(ແຫຼ່ງຄັດຈາກ VOV)


top