ຂ່າວສານ

ຫວຽດນາມ ສັ່ງຊື້ ວັກຊິນ ກັນ Covid – 19 ຈາກບາງຮ່ວມມືຢູ່ ລັດເຊຍ ແລະ ອັງກິດ

      ໄປຄຽງຄູ່ກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ລັດຖະບານ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດຕໍ່ການຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງ ຮີບດ່ວນ ປະຕິບັດບັນດາການຄົ້ນຄ້ວາເພື່ອຜະລິດວັກຊິນພາຍໃນປະເທດ,

ພາບປະກອບ: TTXVN 
      ຕອນບ່າຍວັນທີ 15 ຕຸລາ, ໃນການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ຫວຽດນາມ, ໂດຍຕອບຄຳຖາມຂອງ ນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບຂໍ້ມູນການຄົ້ນຄ້ວາ, ຜະລິດ ວັກຊິນ ກັນ Covid – 19 ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ໄປຄຽງຄູ່ກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ລັດຖະບານ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດຕໍ່ການຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງ ຮີບດ່ວນ ປະຕິບັດບັນດາການຄົ້ນຄ້ວາເພື່ອຜະລິດວັກຊິນພາຍໃນປະເທດ, ພ້ອມທັງຍູ້ແຮງການສົມທົບກັບບັນດາບໍລິສັດ, ຄູ່ຮ່ວມມືຜະລິດ ແລະ ສະໜອງ ວັກຊິນ ທີ່ມີອິດທິພົນຊື່ສຽງ ໃນທົ່ວໂລກ ເພື່ອມີວັກຊິນ ກັນ Covid – 19 ໂດຍໄວ.
            ໄປຄຽງຄູ່ກັນນັ້ນ, ຫວຽດນາມໄດ້ສ້າງບັນດານະໂຍບາຍ ແລະ ຂໍ້ກຳນົດໃນການໜູນຊ່ວຍການ ຮັບ, ຂົນສົ່ງ, ເກັບຮັກສາ, ແຈກຢາຍ ແລະ ນຳໃຊ້ ວັກຊິນພາຍຫຼັງທີ່ມີວັກຊິນແລ້ວ. ປັດຈຸບັນ,  ຫວຽດນາມ ມີການແລກປ່ຽນ, ອັບເດດສະພາບການ ກັບບັນດາຄູ່ຮ່ວມມືເປັນປະຈຳ. ຫວຽດນາມປາດຖະໜາຢາກມີວັກຊິນ, ຢາປິ່ນປົວ, ວິທີການປິ່ນປົວໂດຍໄວ, ມຸ່ງໄປເຖິງການຄວບຄຸມ ແລະ ຍູ້ໂລກລະບາດ ໃຫ້ຖອຍໄປ.
(ແຫຼ່ງຄັດຈາກ VOV)


top