ຂ່າວສານ

ຫວຽດນາມ ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢ່າງຮອບດ້ານຢູ່ ອາບການິດສະຖານ

      ວັນທີ 3 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ ແລະ ການເຄື່ອນໄຫວຂອງຄະນະໜູນຊ່ວຍຂອງ ສປຊ ປະຈຳ ອາບການິດສະຖານ (UNAMA). ນະທີ່ນີ້, ຫວຽດນາມ ໄດ້ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢ່າງຮອບດ້ານ ໂດຍຊາວ ອາບການິດສະຖານ ເປັນຜູ້ນຳໜ້າ ແລະ ເປັນເຈົ້າ.

ຫວຽດນາມ ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢ່າງຮອບດ້ານຢູ່ ອາບການິດສະຖານ
      ທ່ານ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການສືບຕໍ່ຜັນຂະຫຍາຍມະຕິເລກທີ 2513 ຂອງສະພາຄວາມໝັ້ນຄົງສປຊ, ພິເສດແມ່ນເລີ່ມດຳເນີນການເຈລະຈາສັນຕິພາບໂດຍໄວ, ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາເຫດບຸກໂຈມຕີຂອງກຳລັງຕາລີບານ ແລະ ບັນດາອົງການກໍ່ການຮ້າຍ, ເປັນຕົ້ນແມ່ນບັນດາເຫດບຸກໂຈມຕີເລັ່ງໃສ່ແມ່ຍິງ, ເດັກນອ້ຍ ແລະ ຜູ້ເຂົ້າຮ່ວມວິວັດການສ້າງສັນຕິພາບ, ທ່ານກໍ່ຮຽກຮ້ອງໃຫ້ປັບປຸງສະພາບຄວາມໝັ້ນຄົງ, ຊຸກຍູ້ໃຫ້ສ້າງຄືນໃໝ່, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ແກ້ໄຂສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ຮັບມືກັບໂລກລະບາດ Covid – 19 ແລະ ການປ່ຽນແປງຂອງດິນຟ້າອາກາດ.
(ແຫຼ່ງຄັດຈາກ VOV)


top