ຂ່າວສານ

ຫວຽດນາມ ສະໜັບສະໜູນວັນປະຊາກອນໂລກ (11 ກໍລະກົດ)

ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຕໍ່ວຽກງານປະຊາກອນ ແລະ ກຳນົດວ່າ “ປະຊາກອນແມ່ນປັດໄຈສຳຄັນແຖວໜ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
ງານຊຸມນຸມມິດຕິງ (ພາບ: TTXVN)

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກ ໄດ້ສົມທົບກັບກອງທຶນປະຊາກອນສະຫະປະຊາຊາດ ປະຈຳ ຫວຽດນາມ ຈັດງານຊຸມນຸມມິດຕິງສະໜັບສະໜູນວັນປະຊາກອນໂລກ (11 ກໍລະກົດ) ປີ 2025 ແລະ ປະກາດບົດລາຍງານສະພາບການປະຊາກອນໂລກປີ 2025.

        ກ່າວຄຳເຫັນທີ່ພິທີ, ທ່ານນາງ ດ່າຮົ່ງລານ, ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ຕໍ່ວຽກງານປະຊາກອນ ແລະ ກຳນົດວ່າ “ປະຊາກອນແມ່ນປັດໄຈສຳຄັນແຖວໜ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ທາງກະຊວງພວມຕັ້ງໜ້າສ້າງກົດໝາຍວ່າດ້ວຍປະຊາກອນ ແລະ ໂຄງການເປົ້າໝາຍແຫ່ງຊາດເບິ່ງແຍງດູແລສຸຂະພາບ, ປະຊາກອນ ແລະ ການພັດທະນາໄລຍະ 2026 – 2035 ດ້ວຍເປົ້າໝາຍ ຮັບປະກັນຊີວິດ, ສຸຂະພາບ, ຄວາມສະເໝີພາບໃຫ້ແກ່ປະຊາຊົນທຸກຄົນ ດ້ວຍຫຼັກການ ຖືມະນຸດເປັນໃຈກາງ, ແມ່ນເປົ້າໝາຍຂອງການພັດທະນາປະເທດຊາດແບບຍືນຍົງ.


top