ຂ່າວສານ

ຫວຽດນາມ ສະໜັບສະໜູນບົດບາດສູນໃຈກາງທິດໃຕ້ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດພວມພັດທະນາ

ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19, ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ແລະ ປະຊາຄົມສາກົນ ເພື່ອກູ້ເອົາຊີວິດຄົນເຈັບ, ໜູນຊ່ວຍໃຫ້ກຸ່ມມີຄວາມສ່ຽງສູງກວ່າເພີ່ນ ແລະ ຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດ.
ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເລທິຕ໊ວຽດມາຍ. (ພາບ: baoquocte.vn)

ວັນທີ 11 ກຸມພາ, ສູນໃຈກາງທິດໃຕ້  ເຊິ່ງແມ່ນອົງການລະຫວ່າງລັດຖະບານທີ່ໄດ້ຮັບການສ້າງຕັ້ງເມື່ອປີ 1995, ມີສຳນັກງານຕັ້ງຢູ່ເຊີແນວ, ປະເທດສະວິດ ແລະ ປະຈຸບັນມີສະມາຊິກ 54 ປະເທດທີ່ພວມພັດທະນາ, ໃນນັ້ນມີຫວຽດນາມ, ໄດ້ຈັດກອງປະຊຸມຄັ້ງທີ 21 ສະພາບັນດາຜູ້ຕາງໜ້າປະເທດສະມາຊິກ.

        ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເລທິຕ໊ວຽດມາຍ, ຄຽງຂ້າງສະຫະປະຊາຊາດ, ອົງການການຄ້າສາກົນ ແລະ ບັນດາອົງການຈັດຕັ້ງສາກົນ, ແບ່ງປັນວ່າ ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19, ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ແລະ ປະຊາຄົມສາກົນ ເພື່ອກູ້ເອົາຊີວິດຄົນເຈັບ, ໜູນຊ່ວຍໃຫ້ກຸ່ມມີຄວາມສ່ຽງສູງກວ່າເພີ່ນ ແລະ ຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດ. ທ່ານນາງເອກອັກຄະລັດຖະທູດ ຫງວຽນທິຕວ໊ຽດມາຍ ເນັ້ນໜັກວ່າ, ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ, ຕີລາຄາສູງບົດບາດສຳຄັນຂອງ ສູນໃຈກາງທິດໃຕ້ ແລະ ສືບຕໍ່ສະໜັບສະໜູນສູນດັ່ງກ່າວປະຕິບັດພາລະບົດບາດຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດພັດທະນາ, ກ້າວໄປເຖິງບັນດາການເຄື່ອນໄຫວລວມ ເພື່ອແນໃສ່ແກ້ໄຂບັນດາບັນຫາທົ່ວໂລກ ມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)


top