ຂ່າວສານ

ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ການກະທຳເພື່ອແນໃສ່ຊຸກຍູ້ “ວຽກເຮັດງານທຳໃຫ້ສົມເຫດສົມຜົນ ແລະ ພື້ນຖານເສດຖະກິດສາມັກຄີ”

ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ກ່າວຄຳເຫັນແບບທາງໄກທີ່ວາລະປະຊຸມຄັ້ງທີ 110 ຂອງກອງປະຊຸມແຮງງານສາກົນ
  ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ (ພາບ: Molisa)  

 ຕອນເຊົ້າວັນທີ 8 ມິຖຸນາ, ທີ່ເຊີແນວ, ປະເທດສະວິດ (ກົງກັບເວລາ 16 ໂມງ ຕອນບ່າຍຕາມເວລາ ຫວຽດນາມ), ທ່ານ ດ່າວງອັກຢູງ, ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ກ່າວຄຳເຫັນແບບທາງໄກທີ່ວາລະປະຊຸມຄັ້ງທີ 110 ຂອງກອງປະຊຸມແຮງງານສາກົນ, ເຊິ່ງໄດ້ຮັບການຈັດຕັ້ງຕາມຮູບແບບທາງໄກສົມທົບກັບແບບເຊິ່ງໜ້າທີ່ສຳນັກງານຂອງອົງການແຮງງານສາກົນ (ILO).

ທ່ານລັດຖະມົນຕີ ດ່າວງອັກຢູງ ໄດ້ຊົມເຊີຍ ແລະ ເຫັນດີເປັນເອກະພາບສູງຕໍ່ຫົວຂໍ້ຂອງກອງປະຊຸມ, ພ້ອມທັງສະໜັບສະໜູນບັນດາຂໍ້ລິເລີ່ມ, ການກະທຳຂອງອົງການ ILO ເພື່ອແນໃສ່ຊຸກຍູ້ວຽກເຮັດງານທຳໃຫ້ສົມເຫດສົມຜົນ ແລະ ພື້ນຖານເສດຖະກິດສາມັກຄີ:

“ຍາມໃດ ຫວຽດນາມ ກໍ່ມີທັດສະນະສະເໝີຕົ້ນສະເໝີປາຍຕໍ່ການພັດທະນາຢ່າງຮອບດ້ານ, ກວມລວມ ແລະ ໝັ້ນຄົງເພື່ອມະນຸດ; ຖືມະນຸດເປັນໃຈກາງຂອງວິວັດການພັດທະນາ, ບໍ່ຈຳແນກເພດ, ເກນອາຍຸ, ຊົນເຜົ່າ, ສາສະໜາ, ພາກສ່ວນ ແລະ ຖານະຕຳແໜ່ງໃນສັງຄົມ. ຫວຽດນາມ ສະໜັບສະໜູນ ILO ຊຸກຍູ້ພື້ນຖານເສດຖະກິດສາມັກຄີ, ພັດທະນາແບບຍືນຍົງ ແລະ ພິເສດແມ່ນເຫັນດີເຫັນພ້ອມເລື່ອງກອງປະຊຸມຈະປຶກສາຫາລືເພື່ອນຳເອົາເງື່ອນໄຂກ່ຽວກັບຄວາມປອດໄພ, ສຸຂະອະນາໄມແຮງງານເຂົ້າໃນຖະແຫຼງການປີ 1998 ວ່າດ້ວຍບັນດາຫຼັກການ ແລະ ສິດພື້ນຖານທີ່ບ່ອນເຮັດວຽກ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮ່ວມແຮງຮ່ວມໃຈກັບບັນດາປະເທດສະມາຊິກເພື່ອແກ້ໄຂບັນດາສິ່ງທ້າທາຍຂອງວຽກເຮັດງານທຳ, ພ້ອມທັງຫວັງວ່າ ILO ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ຮັບປະກັນວຽກເຮັດງານທຳໃຫ້ສົມເຫດສົມຜົນໃນສະພາບການໂລກມີການຜັນແປຫລາຍຢ່າງ.”


top